ປະທານາທິບໍດີອຽກລັງຢ້ຽມຢາມແລະເຮັດວຽກຢູ່ນະຄອນໂຮ່ຈີມິນ

ປະທານາທິບໍດີອຽກລັງຢ້ຽມຢາມແລະເຮັດວຽກຢູ່ນະຄອນໂຮ່ຈີມິນ - ảnh 1
ປະທາ​ນາ​ທິບໍດີ​ ອຽກລັງ Michael Daniel Higgins ​
(ພາບ: dantri.com.vn)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ, ຕອນ​ຄຳ່​ວັນ​ທີ 10/11, ປະທາ​ນາ​ທິບໍດີ​ ອຽກລັງ Michael Daniel Higgins ​ແລະ ພັນ​ລະ​ຍາ ​ໄດ້​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ. ​ໃນ​ການ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ ເປັນ​ເວລາ 3 ວັນ, ປະທາ​ນາ​ທິບໍດີ​ ອຽກລັງ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ; ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຕ່າງ, ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ ອຽກລັງ - ຫວຽດນາມ. ປະທາ​ນາ​ທິບໍດີ​ Michael Daniel Higgins ກໍ່​ມີ​ການ​ພົບ​ປະ​ກັບ​ບັນດາ​ນັກທຸ​ລະ​ກິດ​ກ່ອນ​ທີ່​ຈະ​​ເດີນທາງອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ ​ໄປ​ຢ້ຽມຢາມ​ນະຄອນ ຫາຍ​ຝ່ອງ.

ຂ່າວ/ບົດ​ອື່ນ