ປະທານາທິບໍດີເວເນຊູເອລາ Nicolas Maduro Moros ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ປະທານາທິບໍດີເວເນຊູເອລາ Nicolas Maduro Moros ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Nicolas Maduro Moros
(ພາບ: internet)

(vovworld) –​​​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ Nicolas Maduro Moros ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 30 – 31/8/2015. ການ​ຢ້ຽມຢາມ ຫວຽດນາມ ຂອງ ທ່ານ​ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ. ​ໃນ​ການ​ຢ້ຽ​ມຢາມ, ​ເວ​ເນ​ຊູ​ເອລາ ກໍ​ຊອກ​ຮູ້​ບົດຮຽນກ່ຽວ​ກັບ​ການ​ພັດທະນາ​ຂອງ ຫວຽດນາມ.

        ພາຍຫຼັງ​ພາກ​ຂ່າວ, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​, ດ້ວຍ​ຫົວ​ຂໍ້​ວ່າ:ສ້າງຂີດໝາຍໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

ຂ່າວ/ບົດ​ອື່ນ