ປະສິດທິຜົນຈາກຮູບແບບແຮກສ່ຽວປະຊາຊົນ ບ້ານ - ບ້ານ ຫວຽດນາມ - ລາວ

ປະສິດທິຜົນຈາກຮູບແບບແຮກສ່ຽວປະຊາຊົນ ບ້ານ - ບ້ານ ຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) - ຮູບ​ແບບ​ແຮກສ່ຽວ​ປະຊາຊົນ ບ້າ​ນ - ບ້ານ​​ໃນເຂດຊາຍ​ແດນຫວຽດນາມ - ລາວ​ໄດ້​ເລີ່​ມປະຕິບັດ​ແຕ່​ເດືອນ 4/2005 ລະຫວ່າງ ບ້ານ ກາ​ຕັງ (​ເມືອງ​ເຮື໋ອງຮ່ວາ, ​ແຂວງ ກວາງ​ຈີ້) ​ແລະ ບ້ານ ​ແດນ​ສະຫວັນ (​ເມືອງ ​ເຊ​​ໂປ​ນ, ​ແຂວງ ສະຫວັນ​ນະ​ເຂດ) ມາ​ຮອດ​ປະຈຸ​ບັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທ​ດຈິງ​ໃນ​ການ​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ສາມັກຄີ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ໃນ​ເຂດ​ຊາຍ​ແດນ 2 ປະ​ເທດ. ຮູບ​ແບບ​ນີ້ ​ໄດ້​ປະກອບສ່ວນ​ຊ່ວຍ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ມີ​ຄວາມ​ຮັບ​ຮູ້, ​ເຂົ້າ​ໃຈ​ແຈ້ງ​ບັນດາ​ສັນຍາ, ກົດໝາຍ​ວ່າ​ດ້ວຍ​ຊາຍ​ແດນ​ແຫ່ງ​ຊາດ​ຂອງ​ລາວ ​ແລະ ຫວຽດນາມ ​ເພື່ອ​ພ້ອມ​ກັນ​ປະຕິບັດ, ຕັ້ງໜ້າ​ເຂົ້າ​ຮ່ວມ​ພ້ອມ​ກັບ​ກຳລັງ​ທະຫານ​ເຂດ​ຊາຍ​ແດນ​ປ​ົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນຢ່າງ​ໝັ້ນຄົງ ​ແລະ ຕໍ່ສູ້​ປາບ​ປາມ​ພວກ​ອາດຊະຍາ​ກຳທຸກ​ຊະນິດ. ຈາກ​ຮູ​ບ​ແບບ​ທົດ​ລອງ​ໃນ​ເບື້ອງ​ຕົ້ນ, ມາ​ຮອດ​ປະຈຸ​ບັນ ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຮ່ວມ​ລະຫວ່າງ​ແຂວງ ກວາງ​ຈີ້ ​ແລະ 2 ​ແຂວງ ຂອງ​ລາວ ​ໄດ້​ມີ 23/23 ບ້ານ​ໃນ​ເຂດ​ຊາຍ​ແດນ​ຈັດ​ຕັ້ງ​ການແຮກສ່ຽວນຳ​ກັນ.

ຂ່າວ/ບົດ​ອື່ນ