ປະເທດຕ່າງໆ ຫ້າມກຳປັ່ນລັດເຊຍ ເຂົ້າທຽບທ່າ

(VOVWORLD) -ສື່ມວນຊົນອີຕາລີ ວັນທີ 16 ເມສານີ້ໃຫ້ຂ່າວວ່າ, ປະເທດນີ້ຈະປິດທ່າກຳປັ່ນຂອງຕົນສຳລັບ ກຳປັ່ນລັດເຊຍ ແຕ່ວັນທີ 17 ເມສານີ້
ປະເທດຕ່າງໆ ຫ້າມກຳປັ່ນລັດເຊຍ ເຂົ້າທຽບທ່າ - ảnh 1ທ່າກຳປັ່ນການຄ້າທີ່ນະຄອນ   ໂອແດແຊາ ປະເທດຢູແກຼນ

     ເຈົ້າໜ້າທີ່ທ່າກຳປັ່ນອີຕາລີກ່າວວ່າ ກຳປັ່ນລັດເຊຍ ທີ່ເຂົ້າທຽບ ທ່າກຳປັ່ນຂອງອີຕາລີຈະຕ້ອງອອກຈາກໃນທັນທີເມື່ອການເຄື່ອນໄຫວການຄ້າສິ້ນສຸດລົງ.

    ໃນຂະນະດຽວກັນ, ເຈົ້າໜ້າທີ່ກອງທັບເຮືອໂລມານີອອກຖະແຫຼງການປະກາດວ່າ, ນັບແຕ່ວັນທີ 17 ເມສານີ້, ກຳປັ່ນທີ່ບິນທຸງລັດເຊຍ ຈະຖືກຫ້າມເຂົ້າທຽບທ່າກຳປັ່ນ ໂລມານີ, ໃນນັ້ນເວັ້ນເສຍກໍລະນີກຳປັ່ນເຄື່ອນໄຫວກູ້ໄພ, ມະນຸດສະທຳ ແລະ ຂົນສົ່ງພະລັງງານ. ກ່ອນໜ້ານີ້, ວັນທີ 15 ເມສານີ້, ແບນຊິກກໍ່ອອກຄຳສັ່ງຫ້າມເຊັ່ນດຽວກັນ. ນີ້ແມ່ນ ບັນດາ ການເຄື່ອນໄຫວໃນບັ້ນລົງໂທດຢ່າງຮອບດ້ານທີ່ຫຼາຍປະເທດຝ່າຍຕາເວັນຕົກ ແລະ ບັນດາປະເທດພັນທະມິດໄດ້ປະຕິບັດຕໍ່ມົດສະກູ ພາຍຫຼັງລັດເຊຍ ຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24/2.

ຕອບກັບ

ຂ່າວ/ບົດ​ອື່ນ