ປະເພດກິລາແຂ່ງພາຍເຮືອຄວ້າເອົາຫຼຽນຄຳທຳອິດໃຫ້ແກ່ຄະນະນັກກິລາຫວຽດນາມ ຢູ່ ASIAD 19

(VOVWORLD) - ບັນດານັກພາຍເຮືອ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີ ແລະ ຢຶນອັນດັບທີ 3 ດ້ວຍຜົນງານ 6 ນາທີ 52 ວິນາທີ 35.
ປະເພດກິລາແຂ່ງພາຍເຮືອຄວ້າເອົາຫຼຽນຄຳທຳອິດໃຫ້ແກ່ຄະນະນັກກິລາຫວຽດນາມ ຢູ່ ASIAD 19 - ảnh 1(ນັກກິລາພາຍເຮືອຍິງ)

ຕອນເຊົ້າວັນທີ 24 ກັນຍາ, ໃນຂອບເຂດງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 19 (ASIAD 19) ຢູ່ເມືອງຮ໊າງເຈົາ (ຈີນ), ນັກກິລາພາຍເຮືອຍິງ 4 ຄົນໄດ້ເຂົ້າຮ່ວມການແຂ່ງຂັນພາຍເຮືອ 4 ຄົນເພດຍິງ. ບັນດານັກພາຍເຮືອຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີແລະຢຶນອັນດັບທີ 3 ດ້ວຍຜົນງານ 6 ນາທີ 52 ວິນາທີ 35. ທ່ານ ດັ້ງຮ່າຫວຽດ, ຫົວໜ້າຄະນະນັກກິລາ ຫວຽດນາມ ຢູ່ ASIAD 19 ໃຫ້ຮູ້ວ່າ:

“ນີ້ແມ່ນຫຼຽນຄຳທຳອິດຂອງຄະນະນັກກິລາ ຫວຽດນາມ, ແມ່ນບາດກ້າວບໍ່ພຽງແຕ່ສຳລັບປະເພດກິລາພາຍເຮືອເທົ່ານັ້ນ ຫາກຍັງບັນດານັກກິລາອື່ນໆທີ່ສາມາດບັນລຸໄດ້ຄາດໝາຍທີ່ວາງອອກອີກດ້ວຍ.”

ໃນມື້ທຳອິດຂອງການແຂ່ງຂັນພາຍຫຼັງພິທີເປີດ ASIAD 19, ຄະນະນັກກິລາຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນໃນ 14 ປະເພດກິລາ, ຄື: ຍິງປືນ, ມວຍປ້ຳ, ບານເຕະຊາຍ, ປິງປ່ອງ, ລອຍນ້ຳ, ໝາກຮຸກ, ຢູໂດ, ແທນນິດ, ກິລາເຄື່ອງມື…

ຕອບກັບ

ຂ່າວ/ບົດ​ອື່ນ