ປາກິດສະຖານ ປະກາດນໍາບັນຫາ Kashmir ຂຶ້ນສານຍຸຕິທໍາສາກົນ

(VOVWORLD) -     ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຍົກອອກມາໃນວັນທີ 20 ສິງຫາ, ປາກິດສະຖານໄດ້ຖະແຫຼງວ່າ ຈະນໍາບັນຫາ Kashmir ຂຶ້ນສານຍຸຕິທໍາສາກົນ (ICJ) ພາຍຫຼັງ ອິນເດຍ ຍົກເລີກສິດປົກຄອງດ້ວຍຕົນເອງ ສໍາລັບເຂດ Kashmir  ໂດຍປະເທດນີ້ຄວບຄຸມ ອັນໄດ້ເຮັດໃຫ້ການພົວພັນສອງຝ່າຍເຄັ່ງຕຶງ.

        ຕາມປົກກະຕິແລ້ວ, ຄໍາຕັດສິນຂອງ ສານ ICJ ພຽງແຕ່ມີລັກສະນະທາບທາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າຫາກວ່າ ກ່ອນໜ້ານັ້ນມີການຕົກລົງເຫັນດີຂອງທັງສອງປະເທດ ເວລານັ້ນ ຄໍາຕັດສິນຂອງສານຈະມີລັກສະນະຜູກມັດ. ປັດຈຸບັນ, ໂຄສົກຂອງກະຊວງການຕ່າງປະເທດ ອິນເດຍ ຍັງບໍ່ທັນຍົກອອກຄໍາຄິດເຫັນໃດກ່ຽວກັບການກະທໍາຂອງ ປາກິດສະຖານເທື່ອ.

        ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອິນເດຍ ແລະ ປາກິດສະຖານເກີດຄວາມເຄັ່ງຕຶງຂຶ້ນ ພາຍຫຼັງທ່ານປະທານາທິບໍດີ ອິນເດຍ  Ram Nath Kovind ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການແບ່ງແຍກລັດ Jammu ແລະ Kashmir ເມື່ອປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ