ປາແລດສຕິນ ກ່າວເຕື່ອນການພົວພັນກັບອິດສຣາແອນ ຊົ່ວຮ້າຍລົງຢ່າງຮ້າຍແຮງ

ປາແລດສຕິນ ກ່າວເຕື່ອນການພົວພັນກັບອິດສຣາແອນ ຊົ່ວຮ້າຍລົງຢ່າງຮ້າຍແຮງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 19/01, ທ່ານ​ຫົວໜ້າ​ຄະນະ​ເຈລະຈາ​ສັນຕິພາບ​ຂອງ​ປາ​ແລດ​ສຕິນ Saeb Erakat, ຖະ​ແຫຼ​ງວ່າ ການ​ພົວພັນ​ລະຫວ່າງ ປາ​ແລດສ​ຕິນ ​ແລະ ອິດສຕາ​ແອນ ​ໄດ້​ຕົກ​ຢູ່​ໃນລະດັບ “ບໍ່​ສາມາດ​ປັບປຸງ​ໄດ້” ພາຍຫຼັງທີ່ ​Tel Aviv ຕົກລົງ​ໂຈະ​ການ​ມອບສົ່ງ​ເງິນ​ພາສີ​ໃຫ້​ອຳນາດ​ການ​ປົກຄອງ​ປາ​ແລດ​ສຕິນ (PA). ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວພາຍຫຼັງ​ການ​ພົບ​ປະບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຕ່າງປະ​ເທດ​ຢູ່​ຝັ່ງຕາ​ເວນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ Erakat ​ເນັ້ນ​ໜັກ​ວ່າ, ອິດສຣາ​ແອນ​ພວມ​ປະຕິບັດ​ມາດ​ຕະການ​ລົງ​ໂທດ​ລວມສຳລັບ​ຊາວ​ປາ​ແລດ​ສຕິນ. ຕາມ​ທ່ານ​ແລ້ວ, ການ​ພົບ​ພັນ​ລະຫວ່າງ ປາ​ແລດສ​ຕິນ ​ແລະ ອິດສຕາ​ແອນ  ບໍ່​ສາມາດ​ກັບ​ຄືນ​ສູ່​ໄລຍະ​ທີ່​ເມື່ອ​ປາ​ແລດ​ສຕິນ ຍື່ນ​​ໃບຮ້ອງ​ຂໍ​ເຂົ້າ​​​ເປັນ​ສະມາຊິກບັນດາ​ສົນທິສັນຍາ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນມີ​ສານ​ອາຍາ​ສາກົນ (ICC). ທ່ານ​ກໍ່​ເຕື້ອງ​ເຖິງ​ບັນດາ​ການ​ກະທຳ​ນາບ​ຂູ່​ຂອງ​ອິດສຣາ​ແອນ ສືບ​ຕໍ່​ການ​ນຳ ​ແລະ ປະຊາຊົນ​ປາ​ແລດ​ສຕິນ, ພ້ອມ​ທັງ​ກະຕຸກ​ຊຸກຍູ້ Tel Aviv ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາສົນທິ​ສັນຍາ​ສາກົນ.

ຂ່າວ/ບົດ​ອື່ນ