ປາແລດສຕິນ ຍື່ນຄຳຮ້ອງຂໍເຂົ້າຮ່ວມສານອາຍາສາກົນ ຢ່າງເປັນທາງການ

ປາແລດສຕິນ ຍື່ນຄຳຮ້ອງຂໍເຂົ້າຮ່ວມສານອາຍາສາກົນ ຢ່າງເປັນທາງການ - ảnh 1
ປາ​ແລດ​ສຕິນ ​ຍື່ນ​ຄຳຮ້ອງຂໍ​ເຂົ້າ​ຮ່ວມ​ສານ​ອາຍາ​ສາກົນ ​ຢ່າງ​ເປັນ​ທາງ​ການ
(ພາບປະກອບ: Reuters)


(vovworld) – ວັນ​ທີ 02/01, ທ່ານ​ຫົວໜ້າ​ຄະນະ​ນັກ​ສັງ​ເກດ​ການ​ຂອງ​ລັດ​ປາ​ແລດ​ສຕິນ ຢູ່​ສະຫະ​ປະຊາ​ຊາດ Riyad Mansour, ​ໄດ້ຍື່ນ​ຄຳຮ້ອງຂໍ​ເຂົ້າ​ຮ່ວມ​ສານ​ອາຍາ​ສາກົນ (ICC) ​ຢ່າງ​ເປັນ​ທາງ​ການ, ​ອັນ​ໄດ້ເປີດ​ຊ່ອງທາງ​ໃຫ້​ບັນດາ​ມາດ​ຕະການ​ດ້ານ​ກົດໝາຍ​ຕ້ານ​ອິດສຣາ​ແອນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Mansour ຢືນຢັນ​ວ່າ, ​ປາ​ແລດ​ສຕິນ ຖື​ນີ້​ແມ່ນ​ບາດກ້າວ​ສຳຄັນ ​ເພື່ອ​ນຳ​ມາ​ເຊິ່ງຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ຖືກ​ເສຍ​ຊີວິດ ຍ້ອນ​ການຢືດຄອງ​ຂອງ​ອິດສຣາ​ແອນ. ຕາມ​ລະບຽບ​ການ, ຄຳ​ຮ້ອງຂໍ້​​ຂອງ​ປາ​ແລດ​ສຕິນ ​ຈະ​ຖືກ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ພິຈາລະນາ​ ​ແລະ ​ແຈ້ງ​ໃຫ້​ບັນດາປະ​ເທດ​ສະມາຊິກ ICC ຮັບ​ຊາບ. ປາ​ແລດ​ສຕິນ ຕ້ອງ​ລໍຖ້າ​ຢ່າງ​ໜ້ອຍ​ສຸດ 60 ວັນ ​ເພື່ອ​ກາຍ​ເປັນ​ສະມາຊິກ​ຂອງ​ອົງການ​ນີ້​ຢ່າງ​ເປັນ​ທາງ​ການ.

        ວັນ​ທີ 02/01, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ຖະ​ແຫຼ​ງວ່າ, ​ເລື່ອງ​ປາ​ແລດ​ສຕິນ ຕັດສິນ​ໃຈ​ເຂົ້າ​ເປັນ​ສະມາຊິກ ICC ຈະ​ມີ​ການກ່ຽວພັນ​ສະໜິດ​ແໜ້ນ​ກັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ປະຈຳ​ປີ ​ເຊິ່ງວໍ​ຊິງ​ເຕັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄ​ອງນີ້. ​ແຕ່​ວ່າ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ, ວໍ​ຊິ​ເຕັນ ຍັງ​ສືບ​ຕໍ່​ພິຈາລະນາ​ບັນດາ​ບ້ວງ​ເງິນ​ໜູນ​ຊ່ວຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ