ປາແລດສຕິນຈະຕັດການພົວພັນທາງການທູດກັບອິດສຣາແອນ

ປາແລດສຕິນຈະຕັດການພົວພັນທາງການທູດກັບອິດສຣາແອນ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) -​ ວັນ​ທີ 21/12, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ອົງ​ການ​ປົດ​ປ່ອຍ​ປາ​ແລດ​ສ​ຕິນ​ (PLO) Saeb Erekat, ​ຖະ​ແຫຼງວ່າ ການພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ປາ​ແລດ​ສ​ຕິ​ນ (PA) ແລະ ອິດ​ສະ​ຣາ​ແອນ ຈ​ະ​ຖືກ​ຢຸດ​ຕິ​ໃນ​ຕົ້ນ​ປີ 2016. ທ່ານ Erekat ໃຫ້​ຮູ້​ວ່າ PLO ຈະ​ຕັດ​ການ​ພົວ​ພັນ​ກັບ​ອິດ​ສ​ຣາ​ແອນ, ລວມ​ທັງ​ການ​ຮ່ວມ​ມື​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ໃນ​ຕົ້ນ​ປີ 2016. ຕາມ​ທ່ານ Erekat ແລ້ວໃນ​ທັນ​ທີ, ປາ​ແລດ​ສ​ຕິນ ຈະ​ໂຕ​້​ຕອ​ບ​ບັນ​ດາ​ຂໍ້​ຕົກ​ລົງ​​ຫຼ້າ​ສຸດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ອິດ​ສ​ຣາ​ແອນ ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າງ​ຕັ້ງ​ບັນ​ດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢ່າງ​ຜິດ​ກົດ​ໝາຍ​ໃຫ້​ຊາວ​ຢິວ ກໍ​ຄື​ເລື່ອງ​​ສ້າງ Jeruslem ເປັນ​ດິນ​ແດນ​ຂອງ​ລັດ​ຊາວ​ຢິວ.

ຂ່າວ/ບົດ​ອື່ນ