ປາແລດສະຕີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບລັດຖະບານສາມັກຄີແຫ່ງຊາດ

ປາແລດສະຕີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບລັດຖະບານສາມັກຄີແຫ່ງຊາດ - ảnh 1
ທ່ານ Palestine Hanna Nasir ແລະ ທ່ານ Hamas Ismail Haniyeh 
(ພາບ: Reuters)

(vovworld) – ວັນ​ທີ 28/5, ບັນດາ​ຂະ​ບວນການ ປາ​ແລດສະຕີນ ​​ແມ່ນ Hamas ​ແລະ Fatar ​ໄດ້​ເລີ່​ມ​ດຳ​ເນີນ​ການ​ເຈລະຈາ ​ເພື່​ອແນ​ໃສ່​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ​ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ຢູ່ ປາ​ແລດ​ສະຕີນ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ Ismail Haniyed, ​ນາຍົກ​ລັດຖະມົນຕີ​ຂອງ​ຂະ​ບວນການ Hamas ​ໃນ​ການ​ພົບ​ປະ​ກັບ​ທ່ານ Hanna Nasir, ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ​ປາ​ແລດສະ​ຕີນ ໄດ້​ເຫັນ​ດີ​ເລືອກ​ຕັ້ງ​ບັນດາ​ສະມາຊິກ​ຂອງ​ລັດຖະບານ. ປ​າ​ແລດສະ​ຕີນ ​ເພື່ອ​ແນ​ໃສ່​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ. ຂໍ້​ຕົກລົງ​ລະຫວ່າງ 2 ຝ່າຍ​ກໍ​ຈະ​ເປີດ​ຊ່ອງ​ທາງ ​ເພື່ອ​ໃຫ້​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລດສະ​ຕີນ ມີ​ໂອກາດ​ເຄື່ອນ​ໄຫວ​ຢູ່​ເຂດ Gaza ​ໃນ​ໄລຍະ​ຈະ​ມາ​ເຖິງ. ນີ້​ຖືກ​ຖື​ວ່າ​​ແມ່ນເງື່ອນ​ໄຂ ​ເຊິ່ງ ທ່ານປະທານາທິບໍດີ Abbas ຍົກ​ອອກ​ມາ​ເພື່ອ​​ໃຫ້ 2 ຝ່າຍ​ເລີ່​ມດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ ​ເພື່ອ​ແນ​ໃສ່​ສ້າງຕັ້ງ​ລັດຖະບານ​ສາມັກຄີ​​ແຫ່ງ​ຊາດ. ຕາມ​ທ່ານ Nasir ​ແລ້ວ, ວິວັດ​ການ​ລົງ​ທະບຽນ​ເປັນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຈະ​ດຳ​ເນີນ​ໃນ​ຮອບ​ເວລາ 6 ​ອາທິດ ​ແລະ ຫຼັງ​ຈາກ​ນັ້ນ, ທ່ານປະທານາທິບໍດີ Abbas ຈະ​ຕັດສິນ​ວັນ​ຈັດ​ຕັ້ງ​ການ​​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ ​ປາ​ແລດ​ສະຕີນ.

 

ຂ່າວ/ບົດ​ອື່ນ