ປາແລັດສະຕິນ ສືບຕໍ່ແມ່ນບັນຫາຈຸດສຸມຂອງໂລກອາຣັບ

(VOVWORLD) -ເລື່ອງສ້າງຕັ້ງລັດປາແລັດສະຕິນ “ເອກະລາດ ແລະ ມີອະທິປະໄຕ” ຍັງຄົງແມ່ນເປົ້າໝານ “ຫຼັກແຫຼ່ງ ແລະ ຖືກຕ້ອງ” ຂອງໂລກອາຣັບ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທ້າຍອື່ນເຊິ່ງພາກພື້ນຕ້ອງປະເຊີນໜ້າ.
ປາແລັດສະຕິນ ສືບຕໍ່ແມ່ນບັນຫາຈຸດສຸມຂອງໂລກອາຣັບ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Shoukry
(ພາບ: AFP/TTXVN)

ກ່າວຄຳເຫັນພາຍຫຼັງກອງປະຊຸມດ່ວນໂດຍສະຫະພັນອາຣັບ (AL) ຈັດຕັ້ງຢູ່ນະຄອນຫຼວງ ກາຍໂຣ ໃນວັນທີ 08 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດອີຢິບ Sameh Shoukry ໃຫ້ຮູ້ວ່າ, ເລື່ອງສ້າງຕັ້ງລັດປາແລັດສະຕິນ “ເອກະລາດ ແລະ ມີອະທິປະໄຕ” ຍັງຄົງແມ່ນເປົ້າໝານ “ຫຼັກແຫຼ່ງ ແລະ ຖືກຕ້ອງ” ຂອງໂລກອາຣັບ, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທ້າຍອື່ນເຊິ່ງພາກພື້ນຕ້ອງປະເຊີນໜ້າ. ທີ່ການຖະແຫຼງຂ່າວຮ່ວມກັບທ່ານເລຂາທິການໃຫຍ່ AL ແລະ ບັນດາລັດຖະມົນຕີການຕ່າງປະເທດ ຈໍແດນ, ປາແລັດສະຕິນ, ທ່ານ Sameh Shoukry ຢືນຢັນວ່າ, ອີຢິບ “ຈະສືບຕໍ່ແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນພາລະກິດອັນຊອບທຳຂອງປາແລັດສະຕິນ”.

        ແລະກໍ່ໃນວັນດຽວກັນ, 2 ຝ່າຍຄ້ານຫຼັກແຫຼ່ງຢູ່ປາແລັດສະຕິນ ລວມມີ Fatah ແລະ Hamas ໄດ້ເລີ່ມດຳເນີນການເຈລະຈາສັນຕິພາບ ໂດຍອີຢິບ ເປັນຄົນກາງໄກ່ເກ່ຍຢູ່ກາຍໂຣ ເພື່ອແນໃສ່ພະຍາຍາມແກ້ໄຂຄວາມບໍ່ລົງລອຍກັນຢູ່ພາຍໃນ ເຊິ່ງໄດ້ຄົງຕົວມາແຕ່ດົນນານແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ