ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ

(VOVWORLD) - ສູນ NIC ຈະກໍ່ສ້າງໃນເນື້ອທີ່ 35.000 ຕາແມັດ, ແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ທົດລອງຜະລິດຕະພັນຕາມມາດຕະຖານສາກົນ. 
ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ - ảnh 1ພິທີລົງມືກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ພາບ: VGP

  ຕອນເຊົ້າວັນທີ 09 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອອກຄຳສັ່ງລົງມືກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ຢູ່ເຂດເຕັກໂນໂລຊີສູງຮ່ວາລາກ, ຮ່າໂນ້ຍ. ຄາດວ່າ ສູນ NIC ຈະກໍ່ສ້າງໃນເນື້ອທີ່ 35.000 ຕາແມັດ, ແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ທົດລອງຜະລິດຕະພັນຕາມມາດຕະຖານສາກົນ. ກ່າວຄຳເຫັນທີ່ພິທີລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພວກເຮົາໄດ້ມີບາດກ້າວພັດທະນາ ແຕ່ແນ່ນອນວ່າ ໂລກຈະບໍ່ລໍຖ້າພວກເຮົາ. ສະນັ້ນ, ພວກເຮົາຕ້ອງປ່ຽນແປງໃໝ່ປະດິດຄິດສ້າງ, ຕ້ອງມີຄວາມຄາດຫວັງ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ ໃຫ້ປະກົດຜົນເປັນຈິງຢ່າງແຮງກ່ວາ. ເພື່ອປະຕິບັດເປົ້າໝາຍນີ້ ພວກເຮົາຕ້ອງອີງໃສ່ຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີ ແລະ ພິເສດແມ່ນການປ່ຽນແປງໃໝ່ປະດິດຄິດສ້າງ. ນີ້ແມ່ນປັດໃຈສຳຄັນຂອງການເຕີບໂຕ. ດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກຂອງ ຫວຽດນາມ ໃນຊຸມປິມໍ່ໆມານີ້ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ຫວຽດນາມ ຢືນອັນດັບທີ່ 42/141 ປະເທດ ແລະ ເຂດແຄວ້ນ. ນີ້ແມ່ນພື້ນຖານສຳຄັນແກ່ການປ່ຽນແປງໃໝ່ປະດິດຄິດສ້າງໃນໄລຍະຈະມາເຖິງ.

        ແລະກໍ່ໃນຕອນເຊົ້າວັນທີ 09 ມັງກອນ, ທີ່ເຂດເຕັກໂນໂລຊີສູງ ຮ່ວາລາກ ໄດ້ໄຂງານວາງສະແດງສາກົນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ 2021.

ຕອບກັບ

ຂ່າວ/ບົດ​ອື່ນ