ປ່ຽນໃຫມ່,ຍົກສູງຄຸນນະພາບຂອງວາລະສານໂຄສະນາສຶກສາ

ປ່ຽນໃຫມ່,ຍົກສູງຄຸນນະພາບຂອງວາລະສານໂຄສະນາສຶກສາ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ
VGP/Nguyễn Hoàng


(vovworld)- ​ ຕອນ​ເຊົ້າ​ວັນ​ທີ 8/4 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູ​ນ​ກາງ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ວາ​ລະ​ສານ ຕວຽນ​ຢາວ(ໂຄ​ສະ​ນາ​ສຶກ​ສາ) ອອກ​ສະ​ບັບ​ທຳ​ອິດ ແລະ ຕ້ອນ​ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ສາມ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫວໍ​ວັນ​ເຖືອງ, ຫົວ​ຫນ້າ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ຊື່ງ​ພະ​ນັກ​ງານ, ນັກ​ຂ່າວ, ຜູ້​ຮ່ວມ​ງານ​ຂອງວາ​ລະ​ສານ​ດັ່ງ​ກ່າວ​ຍາດ​ມາ​ໄດ້ໃນ​ຕະ​ຫລອດ 60 ປີ​ຜ່ານ​ມາ. ທ່ານ ຫວໍ​ວັນ​ເຖືອງ ສະ​ເຫນີ: ວາ​ລະ​ສານ​ ຕວຽນ​ຢາວ ຄວນ​ປ່ຽນ​ໃຫມ່​ຢ່າງ​ແຮງ, ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ ແລະ ຮູບ​ການ​ຢ່າງບໍ່​ຢຸດຢັ້ງ, ປະ​ຕິ​ບັດ​ວຽກ​ງານ​ການ​ກຳ​ນົດ​ທິດ​ຖະ​ແຫລງ​ຂ່າວ​ເປັນ​ຢ່າງ​ດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ