ຜູກຮັດບັນດາວິສາຫະກິດຫວຽດນາມຢູ່ສະຫະພັນລັດເຊຍໃນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ

ຜູກຮັດບັນດາວິສາຫະກິດຫວຽດນາມຢູ່ສະຫະພັນລັດເຊຍໃນເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ - ảnh 1
ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ສະຫະ​ສະມາຄົມ​
ບັນດານັກທຸລະກິດ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ
(ພາບ: hoidoanhnghiep)


(vovworld) – ວັນ​ທີ 10/10, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ສະຫະ​ສະມາຄົມ​ບັນດານັກທຸລະກິດ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ອາຍຸ​ການ 2015 – 2018, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສູນວັດທະນະທຳ, ການ​ຄ້າ​ຫຼາຍຂະ​ແໜງ Incentra, ມົດສກູ, ສະຫະພັນ​ລັດ​ເຊຍ. ທ່ານ​ປະທານສະຫະ​ສະມາຄົມ​ວິຊາ​ຊີບ​ຂອງ​ຊາວ​ຫວຽດນາມ ​​ປະຈຳ​ສະຫະພັນ​ລັດ​ເຊ​ຍ ​ເຈີ​ນ​ດັງ​ຈູງ, ​ໃຫ້​ຮູ້​ວ່າ, ​ໃນ​ອາຍຸ​ການ​ຜ່ານ​ມາ, ສະຫະສະມາຄົມ ​ໄດ້​ໜູນ​ຊ່ວຍ​ເລື່ອງ​ສົ່ງ​ເສີມ​ການ​ດຳ​​ເນີນ​ທຸລະ​ກິດ, ການລົງທຶນ, ສະໜອງ​ຂໍ້​ມູນ​ຂ່າວ ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ຕະຫຼາດ​ສະຫະພັນ​ລັດ​ເຊຍ ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຫຼາຍ​ພໍ​ສົມຄວນ​ເພື່ອ​ຊຸກ​ຍູ້ການ​ພົວພັນ​ດ້ານ​​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ. ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ສະຫະສະມາຄົມ​ ຈະ​ມຸ່ງ​ໄປ​ເຖິງ​ການ​ຮັບ​ໃຊ້​ຜົນ​ປະ​​ໂຫຍ​ດຂອງ​ສະມາຊິກ​, ຄົ້ນ​ຄວ້າ, ສະ​ເໜີ​ບັນດາ​ມາດ​ຕະການ​​ເພື່ອ​ໜູນ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊ​ຍ ​ເພື່​​ອປະກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ