ຜູ້ຕາງໜ້າສປຊປະຈຳຫວຽດນາມຕີລາຄາສູງຄວາມຕັດສິນໃຈແລະຄຳໝັ້ນສັນຍາຂອງລັດຖະບານຫວຽດນາມໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ທ່ານນາງ Rana Flowers, ຜູ້ຮັກສາການຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳ ຫວຽດນາມ, ໄດ້ຮັບຮູ້ຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ
ຜູ້ຕາງໜ້າສປຊປະຈຳຫວຽດນາມຕີລາຄາສູງຄວາມຕັດສິນໃຈແລະຄຳໝັ້ນສັນຍາຂອງລັດຖະບານຫວຽດນາມໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1(ທີ່ກອງປະຊຸມສຳມະນາ)

ວັນທີ 07 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດກ່ຽວກັບການມອບສິດໃຫ້ແກ່ແມ່ຍິງ (UN Women) ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ຊຸກຍູ້ການຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດບາດຂອງບັນດາໂຄງການດຳເນີນງານແຫ່ງຊາດ”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Rana Flowers, ຜູ້ຮັກສາການຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈຳ ຫວຽດນາມ, ໄດ້ຮັບຮູ້ຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ໃນນັ້ນມີການປະຕິບັດມະຕິເລກທີ 1325 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ມະຕິສະບັບຕ່າງໆກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ທ່ານນາງ Rana Flowers ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ຕັ້ງໜ້າປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ອັດຕາແມ່ຍິງເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວຂອງ ຫວຽດນາມ ໃນຊຸມປີຜ່ານມາບັນລຸແຕ່ 16 – 20%, ສູງກວ່າຄວາມຮຽກຮ້ອງຂອງສະຫະປະຊາຊາດ. ສຳລັບການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນທຸກວິວັດທະນາການສັນຕິພາບ, ທ່ານນາງຢືນຢັນວ່າ ແມ່ຍິງຈະມີສຽງເວົ້າຕື່ມອີກ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການວາງ ນະໂຍບາຍ ແລະ ຕັ້ງໜ້າເຂົ້າຮ່ວມວິວັດທະນາການເຈລະຈາສັນຕິພາບຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ