ຜູ້​ຕາງ​ໜ້າ​ອົງ​ການ WHO ກ່າວ​ເຕືອນ ຫວຽດ​ນາມ ເພີ່ມ​ທະ​ວີ​ລະ​ບົບ​ຕິດ​ຕາມກວດ​ກາ, ຄວາມ​ສາ​ມາດ​ບົ່ງມະ​ຕິ, ກຽມ​ພ້ອມ​ຮັບ​ມື​ກັບ​ພະ​ຍາດ​ໝາກ​ສຸກ​ລີ​ງ

(VOVWORLD) -WHO ຈະສືບຕໍ່ແບ່ງປັນຄຳແນະນຳໃໝ່ຂອງ WHO ເພື່ອໃຫ້ ຫວຽດນາມ ສາມາດຮັບມື; ພ້ອມດຽວກັນນັ້ນ, ພວມຈັດຕັ້ງການຊ່ວຍເຫຼືອບັນດາຜະລິດຕະພັນວິໄຈເພື່ອສະໜອງໃຫ້ບັນດາຮາກຖານກວດວິໄຈການແພດສາທາລະນະ ແລະ ໂຮງໝໍແຫ່ງຕ່າງໆໃນທົ່ວປະເທດ. ທ່ານນາງກໍກ່າວເຕືອນວ່າ ຫວຽດນາມ ຕ້ອງເພີ່ມທະວີລະບົບຕິດຕາມກວດກາ, ຄວາມສາມາດບົ່ງມະຕິ, ກຽມພ້ອມຮັບມືກັບພະຍາດໝາກສຸກລີງ.
ຜູ້​ຕາງ​ໜ້າ​ອົງ​ການ WHO ກ່າວ​ເຕືອນ ຫວຽດ​ນາມ ເພີ່ມ​ທະ​ວີ​ລະ​ບົບ​ຕິດ​ຕາມກວດ​ກາ, ຄວາມ​ສາ​ມາດ​ບົ່ງມະ​ຕິ, ກຽມ​ພ້ອມ​ຮັບ​ມື​ກັບ​ພະ​ຍາດ​ໝາກ​ສຸກ​ລີ​ງ - ảnh 1ທ່ານນາງ ປອ. Socorro Escalante, ຜູ້ຮັກສາການຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ຫວຽດນາມ (ພາບ: TTXVN)

ມາຮອດປັດຈຸບັນ ຫວຽດນາມ ຢັ້ງຢືນຍັງບໍ່ທັນມີກໍລະນີໃດຕິດພະຍາດໝາກສຸກລີງ ແຕ່ເຖິງຢ່າງໃດກໍຕາມ, ຄວາມສ່ຽງແຜ່ລະບາດຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ ເພາະວ່າຢູ່ບັນດາປະເທດບ້ານໃກ້ເຮືອນຄຽງໄດ້ກວດພົບກໍລະນີຕິດເຊື້ອພະຍາດດັ່ງກ່າວແລ້ວ. ເມື່ອແລກປ່ຽນກັບສື່ມວນຊົນໃນວັນທີ 26 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາງ ປອ. Socorro Escalante, ຜູ້ຮັກສາການຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: WHO ໜູນຊ່ວຍ ຫວຽດນາມ ກໍ່ສ້າງ ແລະ ປະຕິບັດບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບຄວາມສ່ຽງຂອງພະຍາດດັ່ງກ່າວ ດ້ວຍການເຂົ້າຮ່ວມຂອງວົງຄະນະຍາດ; ແນະນໍາກ່ຽວກັບວຽກງານສັກວັກຊິນກັນພະຍາດ ອີງຕາມຄຳແນະນຳອັບເດດຊົ່ວຄາວຂອງ WHO… ໄປຄຽງຄູ່ກັນນັ້ນ, WHO ຈະສືບຕໍ່ແບ່ງປັນຄຳແນະນຳໃໝ່ຂອງ WHO ເພື່ອໃຫ້ ຫວຽດນາມ ສາມາດຮັບມື; ພ້ອມດຽວກັນນັ້ນ, ພວມຈັດຕັ້ງການຊ່ວຍເຫຼືອບັນດາຜະລິດຕະພັນວິໄຈເພື່ອສະໜອງໃຫ້ບັນດາຮາກຖານກວດວິໄຈການແພດສາທາລະນະ ແລະ ໂຮງໝໍແຫ່ງຕ່າງໆໃນທົ່ວປະເທດ. ທ່ານນາງກໍກ່າວເຕືອນວ່າ ຫວຽດນາມ ຕ້ອງເພີ່ມທະວີລະບົບຕິດຕາມກວດກາ, ຄວາມສາມາດບົ່ງມະຕິ, ກຽມພ້ອມຮັບມືກັບພະຍາດໝາກສຸກລີງ.


ຕອບກັບ

ຂ່າວ/ບົດ​ອື່ນ