ຜັນຂະຫຍາຍ 03 ເນື້ອໃນກ່ຽວຂ້ອງເຖິງການປະຕິວັດອຸດສາຫະກໍາຄັ້ງທີີ 4

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ປະຕິບັດ 03 ເນື້ອໃນທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກໍາຄັ້ງທີ 4 ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ ຢ່າງຮີບດ່ວນ.

03 ເນື້ອໃນນັ້ນລວມມີ: ສ້າງຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຢູ່ຫວຽດນາມ; ສ້າງແຜນຮ່າງສ້າງຕັ້ງ “ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ”; ກໍ່ສ້າງຕາໜ່າງຊັບພະຍາກອນມະນຸດປະຕິບັດຍຸດທະສາດກ່ຽວກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍໄດ້ຮຽກຮ້ອງໃຫ້ຜູ້ນໍາໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຸມໃສ່ຊີ້ນໍາ, ຈັດຕັ້ງປະຕິບັດບັນດາມາດຕະການ, ໜ້າທີ່ ໃຫ້ມີປະສິດທິຜົນ ເພື່ອເປັນເຈົ້າການກໍາແໜ້ນກາລະໂອກາດ, ວາງອອກບັນດາມາດຕະການທີ່ແທດຈິງ, ຍາດແຍ່ງບັນດາທ່າໄດ້ປຽບໃຫ້ຫຼາຍທີ່ສຸດ ພ້ອມທັງຫຼຸດຜ່ອນບັນດາຜົນກະທົບທີ່ຫຍໍ້ທໍ້ຈາກການປະຕິວັດອຸດສາຫະກໍາ  ຄັ້ງທີ 4 ຕໍ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ