ຜັນຂະຫຍາຍ ວຽກງານຄຸ້ມຄອງ ແຫ່ງລັດກ່ຽວກັບ ດ້ານສາສະໜາປີ 2012

ຜັນຂະຫຍາຍ ວຽກງານຄຸ້ມຄອງ ແຫ່ງລັດກ່ຽວກັບ ດ້ານສາສະໜາປີ 2012 - ảnh 1
ພາບປະກອບ

( vovworld ) –​ຕອນ​ເຊົ້າວັນ​ທີ 28/2, ຢູ່​ຮ່າ​ໂນ້ຍ, ຄະນະ​ສາສະໜາ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ປີ 2011, ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2012. ກອງ​ປະຊຸມ​ກໍ​ຈັດການ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ບາງ​ວຽກ​ງານ​ສຳລັບ​ສາສະໜາ​ຂ່າວ​ປະ​ເສີດ,ສະຫລຸບ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ທີ່​ດິນ​ທີ່​ກ່ຽວຂ້ອງ​ເຖິງ​ສາສະໜາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນໜັກ​ວ່າ, ​ໃນ​ປີ 2011, ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສາສະໜາ​ກໍ່​ໄດ້​ຮັບ​ການປະຕິບັດ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍຢ້ຳຄືນ​ທັດສະນະ​ຂອງ​ພັກ ​ແລະ ລັດ​ຫວຽ​ດນາມ ນັ້ນ​ແມ່ນ​ສາສະໜາ​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ໂດຍ​ເສລີ ​ແຕ່​ຕ້ອງ​ນອນໃນ​ຂອບ​ເຂດ​ຂອງ​ກົດໝາຍ. ສຳລັບ​ບັນຫາ​ທີ່​ດິນ ​ເຮືອນ​ຢູ່​ທີ່​ກ່ຽວຂ້ອງ​ເຖິງ​ສາສະໜາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ສະຖິຕິ​ສະພາບ​ການ​ທີ່​ດິນ ​ເຮືອນ​ຢູ່ ທີ່​ກ່ຽວຂ້ອງ​ເຖິງ​ສາສະໜາ​ຢ່າງ​ທັນ​ການ ​ແລະ ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີເປັນ​ປະຈຳ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເວົ້າວ່າ:

  “​ໃນ​ການວາງ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ-​ສັງຄົມ ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ດຳ​ເນີນ​ຊີວິດ​ດ້ານ​ສາສະໜາ, ການ​ເຫຼື້ອມ​ໃສ​ຂອງ​ປະຊາຊົນ. ພວກ​ເຮົາ​ຕ້ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ບ່ອນ​ດຳ​ເນີນ​ຊີວິດ ​ເຫຼື້ອມ​ໃສ​ສາສະໜາ“.

 

ຂ່າວ/ບົດ​ອື່ນ