ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ດຳ​ລັດຂອງ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ ຖືກ​ຕາມ​ລະ​ດັບ​ຄວາມ​ຄືບ​ໜ້າ, ຂໍ້​ກຳ​ນົດ

(VOVWORLD) - ຕອນເຊົ້າວັນທີ 3 ສິງຫາ, ຢູ່ແຂວງ ດົງນາຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານອະໄພຍະໂທດຢູ່ຄ້າຍຄຸມຂັງ ຊວັນລົກ, ຂຶ້ນກັບການຄຸ້ມຄອງຂອງກະຊວງຕຳຫຼວດ

ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ລັດ​ຖະ​ດຳ​ລັດຂອງ​ປະ​ທານ​ປະ​ເທດ ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ ຖືກ​ຕາມ​ລະ​ດັບ​ຄວາມ​ຄືບ​ໜ້າ, ຂໍ້​ກຳ​ນົດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ທີ່ການເຮັດວຽກ ກັບການນຳກະຊວງຕຳຫຼວດ ແລະ ພະນັກງານຄ້າຍຄຸມຂັງ ຊວັນລົກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ການອະໄພຍາໂທດແມ່ນແຜນນະໂຍບາຍທີ່ມີຄວາມໝາຍຢ່າງໃຫຍ່ຫຼວງທາງດ້ານການເມືອງ, ສັງຄົມ, ສະແດງໃຫ້ເຫັນການອະໄພໂທດພິເສດຂອງພັກ, ລັດ. ຜູ້ໄດ້ຮັບການອະໄພຍະໂທດເກືອບທັງໝົດ ໄດ້ຈົດທະບຽນບ່ອນຢູ່ອາໄສ, ໄດ້ຮັບບັດປະຈຳຕົວພົນລະເມືອງ, ໜູນຊ່ວຍວຽກເຮັດງານທຳ, ໄດ້ກູ້ຢືມທືນເພື່ອຜະລິດດຳເນີນທຸລະກິດ.

ຊີ້ນຳການຜັນຂະຫຍາຍໜ້າທີ່ອະໄພຍະໂທດປີນີ້, ປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        ກະຊວງຕຳຫຼວດ, ອົງການປະຈຳການຂອງສະພາໃຫ້ຄຳປຶກສາການອະໄພຍະໂທດ ສືບຕໍ່ແນະນຳ, ຊີ້ນຳ, ກວດກາ, ກະຕຸກຊຸກຍູ້ໃຫ້ຕຳຫຼວດທ້ອງຖິ່ນ, ຄ້າຍຄຸມຂັງແຫ່ງຕ່າງ ຜັນຂະຫຍາຍປະຕິບັດລັດຖະດຳລັດຂອງປະທານປະເທດກ່ຽວກັບການອະໄພຍະໂທດປີນີ້ ໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ຂໍ້ກຳນົດ. ບໍ່ປະໃຫ້ເກີດການຜິດພາດບໍ່ວ່າຢູ່ຂອດໃດ. ນັບແຕ່ນີ້ຮອດວັນທີ 29 ສິງຫາ, ບັນດາຄ້າຍຄຸມຂັງສືບຕໍ່ກວດກາຢ່າງລະອຽດ ບໍ່ປະໃຫ້ມີຜົນສະທ້ອນຕໍ່ຄວາມໝາຍມະນຸດສະທຳຂອງການອະໄພຍະໂທດນີ້.

ທ່ານ ຫງວຽນຊວັນຟຸກ ສະເໜີໃຫ້ ບັນດາກົມກອງທີ່ກ່ຽວຂ້ອງປະຕິບັດວຽກງານຄຸ້ມຄອງຊ່ວຍເຫຼືອຜູ້ໄດ້ຮັບອະໄພຍະໂທດເຊື່ອມຕົວເຂົ້າກັບວົງຄະນະຍາດເປັນຢ່າງດີ; ເຊື່ອມຕໍ່ກັບບັນດາຮາກຖານການຜະລິດ ແລະ ວິສາຫະກິດ ເພື່ອຊ່ວຍເຂົາເຈົ້າມີວຽກເຮັດງານທຳ ແລະ ມີຊີວິດເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ