ຜັນຂະຫຍາຍການຮັບເອົາຄຳເຫັນຈາກ ປຊຊ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບ

(vovworld)-  ​ເລື່ອງ​ດຳ​ເນີນ​ການ​ຮັບ​ເອົາຄຳ​ເຫັນ​ຈາກ ປຊຊ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ  ຕາມ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ນີ້​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ສຳຄັນ, ກວ້າງຂວາງ ​ເພື່ອ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ, ພູມ​ປັນຍາ, ຄວາມສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຂອງ​ທຸກ​ຂັ້ນ​, ຂະ​ແຫນງ​ການ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາ​ມຮັບຜິດຊອບ​ຂອງ​ສ່ວນ​ບຸກຄົນ​ແຕ່ລະຄົນ, ອົງການ​ຈັດ​ຕັ້ງ​ທີ່​ມີ​ຕໍ່​ການ​ປັບປຸງ​ລັດຖະທຳ​ມະນູນ, ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ປະກອບສ່ວນ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິ​ບັນຍັດ​ສັງຄົມ​ນິຍົມ​ຫວຽດນາມ.

​        ຄະນະ​ພັກ​ແຂວງ ບັກ​ນີງ ​ໄດ້​ມອບ​ໃຫ້​ສະພາ​ປະຊາຊົນ ​ແມ່ນ​ອົງການ​ເປັນ​ເຈົ້າພາບ​ກະກຽມ​ເນື້ອ​ໃນ​ແຜນການ​, ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຮັບປະກັນ​ຖືກ​ກັບ​ລະດັບ​ຄວາມ​ໄວ, ລວບ​ລວມຄຳ​ເຫັນ​ເພື່ອ​ບັນລຸ​ໝາກຜົນ​ສູງ​ສຸດ. ຢູ່ ​ແຂວງ ທາຍ​ງວຽນ, ຄະນະ​ຊີ້​ນຳ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ ປຊຊ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຂອງ​ແຂວງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຄ່າ​ຍອິນ​ເຕີ​ແນ​ດ ຢູ່​ໃຈກາງ​​ແຂວງ ​ແລະ 9 ​ເມືອງ, ນະຄອນ, ຕາ​ແສງ ພ້ອມ​ທັງ​ລະດົມ​ບັນດາ​ອົງການ​ການ​ເມືອງ ສັງຄົ​ມ​ໃນ​ບໍລິ​ເວນ ຕັ້ງຫນ້າ​ຜັນ​ຂະຫຍາຍ, ​ເລືອກ​ເຟັ້ນຮູບ​ການ​ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ເປີດ​ເຜີຍ, ກວ້າງຂວາງ, ຮັບປະກັນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ ​ແລະ ພູມ​ປັນຍາ​ຂອງ​ ປຊຊ. ທ່ານ ຫງວຽນ​ດຶກ​ມີນ, ປະທານ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແຂວງ ທາຍ​ງວຽນ ​ໃຫ້​ຮູ້​ວ່າ:

 

        “ຕາມ​ແຜນການ​ແລ້ວ, ​ເລີ​່ມຕົ້ນ​ກາງ​ເດືອນ 2/2013 ຈະ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ເພື່ອ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ ປຊຊ ທຸກ​ຊັ້ນ​ວັນນະ, ນັກຮຽນ​ຮູ້, ປັນຍາ​ຊົນ, ທະນາຍຄວາມ, ບັນດາ​ອົງການ​ສາສະຫນາ. ຮູບ​ການ​ທຳ​ອິດ ​ແມ່ນ​ຮັບ​ເອົາ​ຄຳ​ເຫັນ​ຜ່ານ​ການຈັດ​ຕັ້ງ​ກອງ​ປະຊຸມ, ການ​ສຳ​ມະ​ນາ ຢູ່​ຂັ້ນ​ແຂວງ, ຂັ້ນ​ເມືອງ, ບັນດາ​ອົງການ​ສະມາຊິກ. ຮູ​ບການ​ທີ 2 ​ແມ່ນ​ຮັບ​ເອົາ​ຄຳ​ເຫັນ​ໂດຍ​ກົງ​ຂອງ​ ປຊຊ .

ຕອບກັບ

ຂ່າວ/ບົດ​ອື່ນ