ຜັນຂະຫຍາຍບັນດາເນື້ອໃນຂອງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ຢ່າງມີປະສິດທິຜົນ

(VOVWORLD) -  ວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ມີການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ 2 ປະເທດ ຫວຽດນາມ ແລະ ລັດເຊຍ ເພື່ອແນໃສ່ຜັນຂະຫຍາຍເນື້ອໃນບາງຢ່າງຂອງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ.
ຜັນຂະຫຍາຍບັນດາເນື້ອໃນຂອງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ຢ່າງມີປະສິດທິຜົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ (ພາບ: TTXVN)

ທີ່ການພົບປະ, ທ່ານ David Vartamov ປະທານສະພາຜູ້ອຳນວຍການອົງການຈັດຕັ້ງເຫດການ ລັດເຊຍ ໄດ້ສະເໜີກ່ຽວກັບບາງການເຄື່ອນໄຫວພົ້ນເດັ່ນຂອງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ຊຶ່ງ ລັດເຊຍ ຈະຈັດຕັ້ງຢູ່ ຫວຽດນາມ, ໃນນັ້ນ ຈຸດສຸມແມ່ນງານວາງສະແດງອຸດສາຫະກຳ ຫວຽດນາມ - ລັດເຊຍ 2019 ແລະ ເວທີປາໄສວິສາຫະກິດ ຫວຽດນາມ - ລັດເຊຍ, ຄາດວ່າຈະຈັດຕັ້ງໃນທ້າຍປີນີ້ຢູ່ ຮ່າໂນ້ຍ.

        ດ້ວຍບົດບາດເປັນຫົວໜ້າຄະນະຈັດຕັ້ງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນ ເຊິ່ງຈະໄດ້ຈັດຕັ້ງຢູ່ 2 ປະເທດ, ເຊື່ອມຕໍ່ກັບບັນດາທ້ອງຖິ່ນ, ຊອກຫາບັນດາການບຸກທະລຸເພື່ອເປີດກ້ວາງການຮ່ວມມື 2 ຝ່າຍລະດັບຊາດກໍ່ຄືລະດັບແຂວງ, ທ້ອງຖິ່ນ, ວິສາຫະກິດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຖືວ່າ: ການພົວພັນຮ່ວມມືເສດຖະກິດ, ການຄ້າ, ການລົງທຶນຄວນໄດ້ຮັບການເພີ່ມທະວີຫລາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ