ຜັນຂະຫຍາຍປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11

ຜັນຂະຫຍາຍປະຕິບັດມະຕິ, ຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 11 - ảnh 1

(ພາບປະກອບ)

( vovworld ) – ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານຫາ​ກໍ່​ຈັດກອງ​ປະຊຸມຊາບ​ຊືມ, ຜັນ​ຂະຫຍາຍ​​ປະຕິບັດ​ມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11 ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ທັງ​ໝົດ​ໃນ​ອົງຄະ​ນະ​ພັກ. ພາຍຫຼັງ​ໄດ້​ຊາບ​ຊືມບັນດາ​ເນື້ອ​ໃນ​ພື້ນຖານຂອງ​ມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11, ກ່ຽວ​ກັບ​ຂໍ້​ສະຫລຸບ, ສັງ​ລວມການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ບາງ​ເນື້ອ​ໃນ​ອັນ​ເປັນ​ພື້ນຖານ​ຕ້ອງ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992, ມະຕິ​ກ່ຽວ​ກັບ “ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ​ໄລຍະ 2012-2020“….. ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11. ດ້ວຍ​ໜ້າ​ທີ່​ແມ່ນ​ອົງການ​ເປັນ​ເສນາ​ທິການ, ສັງ​ລວມ, ຮັບ​ໃຊ້​ໃຫ້​ແກ່​ການ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ ​ແລະ ທ່ານ​ນາຍົກລັດຖະມົນຕີ, ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ​ໄດ້​ກຳນົດ​ເລື່ອງຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11, ມະຕິ​ກອງ​ປະຊຸມ​ໃຫ່ຍຄັງທີ 11 ຂອງ​ພັກ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ຊີ້​ນຳ, ປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ປີ 2012 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ​ໃຫ້​ເປັນ​ຢ່າງ​ດີ.

  ອົງຄະ​ນະ​ພັກ​ນະຄອນ HaiPhong ​ແລະ ອົງຄະ​ນະ​ພັກ​ບັນດາແຂວງ BinhThuan, KienGiang, TienGiang  ຫາ​ກໍ່​ຈັດກອງປະຊຸມຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11 ​ໃຫ້​ແກ່​ພະນັກງານ​ຫຼັກ​ແຫຼ່ງບັນດາ​ແຂວງ​ນະຄອນ. ​ເພື່ອ​ປະຕິບັດຈຸດໝາຍມະຕິ, ຂໍ້​ສະຫລຸບ​ຂອງ​ກອງ​ປະຊຸມສູນກາງ​ພັກ​ຄັ້ງທີ 5 ຊຸດ​ທີ 11  ຢ່າງ​ມີ​ໄຊ, ອົງຄະ​ນະ​ພັກ​ນະຄອນ HaiPhong ແລະ ອົງຄະ​ນະ​ພັກ​ບັນດາແຂວງ BinhThuan, KienGiang, TienGiang ​ໄດ້​ຜັນ​ຂະຫຍາຍ​ການ​ສ້າງ​ໂຄງການ​ດຳ​ເນີນ​ງານລະອຽດ ​ແລະ ຮຽກຮ້ອງ​ໃຫ້​ອົງຄະ​ນະ​ພັກ, ບັນດາ​ຂະ​ແໜງ​ການ ຈົ່ງ​ອີງ​ຕາມ​ສະພາບ​ຕົວ​ຈິງ, ​ເພື່ອສ້າງ ​ແລະ ຜັນ​ຂະຫຍາຍ​ໂຄງການ​ດຳ​​ເນີນ​ງານ​ໃຫ້​ເໝາະ​ສົມ.

ຂ່າວ/ບົດ​ອື່ນ