ຜັນຂະຫຍາຍວຽກງານກວດກາການອະໄພຍະໂທດປີ 2013

ຜັນຂະຫຍາຍວຽກງານກວດກາການອະໄພຍະໂທດປີ 2013 - ảnh 1
ພາບປະກອບ ຈາກ ອີນເຕີເນັດ

(vovworld) – ຕອນ​ບ່າຍ​ວັນ​ທີ 5/8, ຢູ່ ຮ່າ​ໂນ້ຍ, ​ອົງການໄອ​ຍະ​ການ​ປະຊາຊົນ​ສູງສຸດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ກວດກາ​ອະ​ໄພ​ຍະ​ໂທດ ປີ 2013. ​ເພື່ອ​ຜັນ​ຂະ​ຫຍາ​ຍການປະຕິບັດ​ຂໍ້​ຕົກລົງ​ອະ​ໄພ​ຍະ​ໂທດ​ຂອງ​ປະທານ​ປະ​ເທດ ​ແລະ ການ​ແນະນຳ​ຂອງ​ສະພາ​ທີ່​ປຶກສາ​ອະ​ໄພ​ຍະ​ໂທດ​ຢ່າງ​ມີ​ປະສິດທິ​ຜົນ, ການ​ນຳ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດສະ​ເໜີ: ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ສູນ​ກາງ, ຫົວໜ້າບັນດາ​ອົງການ​ທີ່​ຂຶ້ນ​ກັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂ​ວງ, ນະຄອນ​ຕ່າງໆ ຊາບ​ຊຶມ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ການອະ​ໄພ​ຍະ​ໂທດ​ປີ 2013 ​ແລະ ການ​ແນະນຳ​ຂອງ​ສະພາ​ທີ່​ປຶກສາ​ການ​ອະ​ໄພ​ຍະ​ໂທດພະນັກງານ​ອຍະ​ການ​ແຕ່ລະຄົນ​ໃນ​ທົ່ວ​ຂະ​ແໜງຢ່າງ​ຄົບ​ຖ້ວນ ​ແລະ ທັນ​ການ. ພ້ອມ​ທັງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ໄ​ອຍະ​ການ​ປະຊາຊົນ​ໃນ​ການ​ກວດກາ​ບັນດາ​ສຳ​ເນົາ​ເອກະສານ​ສະ​ເໜີ​​ໄດ້​ຮັບອະ​ໄພ​ຍະ​ໂທດ​ຢ່າງ​ເຂັມ​ງວດ.

ຂ່າວ/ບົດ​ອື່ນ