ຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2019

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍມີຄໍາເຫັນກ່ຽວກັບການຜັນຂະຫຍາຍມະຕິເລກທີ 59/2018/ສພຊ14 ລົງວັນທີ 12 ມິຖຸນາ 2018 ຂອງສະພາແຫ່ງຊາດຫວຽດນາມ ກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019. 
ຜັນຂະຫຍາຍໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2019 - ảnh 1ສະພາແຫ່ງຊາດຮັບຮອງເອົາມະຕິ ກ່ຽວກັບໂຄງການຕິດຕາມກວດກາ ຂອງສະພາແຫ່ງຊາດ ປີ 2019 (ພາບ: Trong Duc/TTXVN)

ລະອຽດຄື, ທີ່ກອງປະຊຸມ ຄັ້ງທີ 7, ທ່ານ ນາຍົກລັດຖະມົນຕີຫວຽດນາມ ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ ລາຍງານເພີ່ມເຕີມ ກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018 ຂອງລັດຖະບານ; ສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2019; ມອບໝາຍໃຫ້ກະຊວງການເງິນລາຍງານ ກ່ຽວກັບການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2017.

        ກ່ຽວກັບການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍ ກ່ຽວກັບການວາງແຜນ, ການຄຸ້ມຄອງ, ການນໍາໃຊ້ທີ່ດິນຢູ່ໃນຕົວເມືອງ ນັບແຕ່ເມື່ອກົດໝາຍວ່າດ້ວຍທີ່ດິນ ປີ 2013 ມີຜົນສັກສິດ ມາຮອດທ້າຍປີ 2018”, ທ່ານ ນາຍົກລັດຖະມົນຕີ ກໍມອບໝາຍໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມສັງລວມ, ກວດກາຄືນ, ກະກຽມຂໍ້ມູນ, ເອກະສານ, ບົດລາຍງານ ເມື່ອມີຄວາມຮຽກຮ້ອງຕ້ອງການດໍາເນີນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບເນື້ອໃນດັ່ງກ່າວ.

        ທີ່ວາລະປະຊຸມຄັ້ງທີ 8, ທ່ານ ນາຍົກລັດຖະມົນຕີ ກໍມອບໝາຍໃຫ້ຫ້ອງວ່າການລັດຖະບານ ກະກຽມບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານປີ 2019 .

ຕອບກັບ

ຂ່າວ/ບົດ​ອື່ນ