ຜັນຂະຫຍາຍໜ້າທີ່ລົບລ້າງຄວາມ ອຶດຫິວຫລຸດຜ່ອນຄວາມທຸກຍາກ ປີ 2013, ການກຳນົດທິດຮອດປີ 2015

ຜັນຂະຫຍາຍໜ້າທີ່ລົບລ້າງຄວາມ ອຶດຫິວຫລຸດຜ່ອນຄວາມທຸກຍາກ ປີ 2013, ການກຳນົດທິດຮອດປີ 2015 - ảnh 1

(ພາບ: vov.vn)

(vovworld)- ​​ຕອນ​ບ່າຍວັນ​ທີ 22/4, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກັບ 63 ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຕີ​ລາຄາ​ການ​ປະຕິ​ດບັດ​ວຽກ​ງານລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດຜ່ອນ​ຄວາມທຸກ​ຍາກໃນ​ໄລຍະ 2011-2012, ຜັນຂະຫຍາຍ​ໜ້າ​ທີ່ ​ແລະ ກຳນົດ​ທິດ​ຮອດ​ປີ 2015.

  ບົດ​ລາຍ​ງານ​ຂອງ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໃຫ້​ຮູ້​ວ່າ: ​ໃນ 2 ປີຜ່ານມາ, ມີ​ກ່ວາ 60.000 ຕື້​ດົ່ງ​ໄດ້​ລົງທຶນ​ໃຫ້​ແກ່​​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ. ຍ້ອນ​ເຫດ​ນັ້ນ, ທົ່ວ​ປະ​ເທດ​ມີ​ 29 ລ້ານ​ເທື່ອຄົນ​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ບັດ​ປະກັນ​ສຸຂະພາບ, ນັກຮຽນ​ກ່ວາ 4 ລ້ານ​ເທື່ອ​ຄົນ​ໄດ້​ຍົກ​ເວັ້ນຄ່າ​ຮຽນ, ກ່ວາ 1 ລ້ານ​ເທື່ອ​ຄອບຄົວ​ໄດ້​ກູ້​ຢືມ​ທຶນ​ສິນ​ເຊື່ອ…. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ຮຽກຮ້ອງ​ໃຫ້ການ​ນຳ​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ​ສູນ​ກາງ ຈົ່ງ​​ໄຈ້​ແຍກ​ບັນດາດ້ານ​ດີ ​ແລະ ດ້ານ​ອ່ອນ, ປຶກສາ​ຫາລື​ມາດ​ຕະການຫລຸດຜ່ອນ​ຄວາມທຸກ​ຍາກ ​ແບບ​ຍືນ​ຍົງ. ທ່ານ​ຮຽກຮ້ອງ​ໃຫ້​ຮອດ​ປີ 2015 ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ ​ໄດ້​ຫລຸດ​ລົງ​ເຫຼືອ​ພຽງ 5%.

ຂ່າວ/ບົດ​ອື່ນ