ຜູ້ບັນຊາການຊັ້ນນຳຂອງAl-Qaedaຢູ່ຊີຣີຖືກດັບສູນ

ຜູ້ບັນຊາການຊັ້ນນຳຂອງAl-Qaedaຢູ່ຊີຣີຖືກດັບສູນ - ảnh 1
ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ
ພາບ​ປະ​ກອບ:AP


(vovworld)-​ ວັນ​ທີ 17/10, ຕາມ​ອົງ​ການ​ຕິດ​ຕາມ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ອັງ​ກິດ ໃຫ້​ຮູ້​ວ່າ: Abdul Mohsen Abdallah Ibrahim al Charekh ຜູ້​ບັນ​ຊາ​ການ​ຊັ້ນ​ນຳ​ຂອງ​ອົງ​ການກໍ່​ການ​ຮ້າຍ Al Qaeda ຢູ່​ຊີ​ຣີ ຖືກ​ດັບ​ສູນ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ປະ​ຈຸ​ບັນ ບໍ່​ທັນ​ຮູ້​ໄດ້​ວ່າ ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດນີ້ ໂດຍ ອາ​ເມ​ລິ​ກາ ຫລ​ື ລັດ​ເຊຍ ປະ​ຕິ​ບັດ. ຕາມ ອົງ​ການ​ດັ່ງ​ກ່າວ​ແລ້ວ, al Charekhm ຊາວ​ອາ​ຣັບ​ບີ ຊາ​ອຸ​ດີດ ຖືດ​ດັບ​ສູນ​ໃນ​ວັນ​ທີ 8/10 ໃນ​ການ​ບຸກ​ໂຈມ​ຕ​ີ ທາງ​ອາ​ກາດ ທີ່ມໍ່​ກັບ​ເທດ​ສະ​ບານ Dana ພາກ​ເຫນືອ ຊີ​ຣີ  ແລະ ອີກ 2 ຄົນ ຂຶ້ນ​ກັບ ແນວ​ໂຮມ Al Nusra ສາ​ຂາ​ຂອງ Al Qaeda ຢູ່ ຊີ​ຣີ. al Charekhm ແມ່ນ​ຜູ້​ບັນ​ຊາ​ບັນ​ດາບັ້ນ​ຮົບ​ຂອງ Al Qaeda ຢູ່ ຊີ​ຣີ ແມ່ນ​ຫນຶ່ງ​ໃນ 6 ຄົນ​ຖືກ​ສະ​ພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຈັດ​ວາງ​ການ​ລົງ​ໂທດ​ໃນ​ປີ​ກາຍ.

 

ຂ່າວ/ບົດ​ອື່ນ