ຜູ້ມີສິດເລືອກຕັ້ງຕວກກີປ່ອນບັດກ່ຽວກັບການປັບປຸງລັດຖະທຳມະນູນ

ຜູ້ມີສິດເລືອກຕັ້ງຕວກກີປ່ອນບັດກ່ຽວກັບການປັບປຸງລັດຖະທຳມະນູນ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ໃນ​ເວ​ລາ 7 ໂມງ​ເຊົ້າ, ວັນ​ທີ 16/04 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ສະ​ຖານ​ທ​ີ່​ປ່ອນ​ບັດກວ່າ 160.000 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຕ​ວກ​ກີ ໄດ້​ເປີດ​ປະ​ຕູ ເພື່ອ​ຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ນັບ​ລ້ານ​ໆ​ຄົນຂອງ​ປະ​ເທດນີ້​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ແນ​ໃສ່​ເພີ່ມ​ສິດ​ອຳ​ນາດ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະ​ມານ 55 ລ້ານ​ຄົນ​ມີ​ສິດ​ຢ່າງ​ພ​ຽງ​ພໍ​ເພື່ອ​ໄປ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ ແລະ ຄັດ​ຄ້ານ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນປະ​ຫວັດ​ສາດ​ໃນ​ນື້ນີ້ຢ​ູ່​ຕວກ​ກີ. ບັນ​ດາ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ໄປ​ປ່ອນ​ບັດ​ຊີ້​ໃຫ້​ເຫັນ​ວ່າ, ຝ່າຍ​ເຫັນ​ດີ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ຈ​ະ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງວຸດ​ວິດ​ຕໍ່​ຝ່າຍ​ຄັດ​ຄ້ານ. ໝາກ​ຜົນ​ດັ່ງ​ກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan  ດຳ​ລົງ​ຕຳ​ແໜ​່ງ​ຢ່າງ​ໜ້ອຍ​ສຸ​ດ​ແມ່ນ​ຮອດ​ປີ 2029. ຕາມ​ແຜນ​ການ, ບັນ​ດາ​ສະ​ຖານ​ທ​ີ່​ປ່ອນ​ບັດ​ຈະ​ອັດ​ປະ​ຕູ​ໃນ​ເວ​ລາ 5 ໂມງ​ຂອງວັນ​ດຽວ​ກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ