ຜູ້ມີສິດເລືອກຕັ້ງທົ່ວປະເທດເຊື່ອໝັ້ນແລະຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນອາຍຸການສະພາແຫ່ງຊາດຊຸດໃໝ່

ຜູ້ມີສິດເລືອກຕັ້ງທົ່ວປະເທດເຊື່ອໝັ້ນແລະຕັ້ງຄວາມຫວັງຫຼາຍຢ່າງເຂົ້າໃນອາຍຸການສະພາແຫ່ງຊາດຊຸດໃໝ່ - ảnh 1
(ໄຂ​ກອງ​ປະ​ຊຸມ​​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14)

(vovworld) - ວັນ​ທີ 20/07, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄຂ​ກອງ​ປະ​ຊຸມ​​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ. ​ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ​​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ຕັ້ງ​ຄວາມ​ຫວັງ​ຫຼາຍ​ຢ່າງ​ເຂົ້າ​ໃນ​ອາ​ຍຸ​ການ​ສະ​ພາແຫ່ງ​ຊາດ​ຊຸດ​ໃໝ່ ໃນ​ການ​ຕິດ​ຕາມກວດ​ກາ ແລະ ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽນ​ທູ​ຖຸຍ, ຢູ່​ນະ​ຄອນ ອຽນ​ບ໋າຍ ໃຫ້​ຮູ້​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ໃນ​ອາ​ຍຸ​ການນີ້ ສະ​ພາ​ແຫ່ງ​ຊາດ​ຈ​ະ​ພິ​ຈາ​ລະ​ນາ, ປະ​ກາດ​ໃຊ້​ຫຼາຍ​ນະ​ໂຍ​ບາຍ​ໃຫ​ຍ່ຕື່ມ​ອີກ, ​ນຳປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ກວ່າ, ຊີ​ວິດ​​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ໃນ​ນັ້ນ​ຈ​ະ​ມີ​​ຫຼາຍ​ນະ​ໂຍ​ບາຍ​​ເປັນ​ເອ​ກະ​ລັກພິ​ເສດ​ສະ​ເພາະ​ໃຫ້​ເຂດ​ພູ​ດອຍ, ເຂດ​ພູ​ສູງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນ​ວ່າ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່ ຈະ​ປະ​ຕິ​ບັດ​​ພາ​ລະໜ້າ​ທີ່​ໃຫ້​ເປັນ​ຢ່າງ​ດີ, ສົມ​ກັບ​ຄວາມ​​ປາ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ”.

        ສ່ວນ​ທ່ານ​ນາງ ຫງວຽນ​ທິນຶ້​ອີ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຮ່າ​ຕີ້ງ ໃຫ້​ຮ​ູ້​ວ່າ.

        “ພວກ​ຂ້າ​ພະ​ເຈົ້າ​​ມີຄວາມ​ຫວັງ​ປາ​ຖະ​ໜາ ແລະ ມີ​ຄວາມ​ຮຽກ​ຮ້ອງ​ສູງ​ທີ່​ສຸດສຳ​ລັບ​ສະ​ພາ​ແຫ່ງ​ຊາດ. ສະ​ພາ​ແຫ່ງ​ຊາດບໍ່​ພ​ຽງ​ແຕ່​ປຶກ​ຫາ​ລື​​ບັນ​ຫາ​​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ການ​ດຳ​ລົງຊີ​ວິດ​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ຈາກວຽກ​ງານ​ນ້ອຍ​ທີ່​ສຸດ​ໃນ​ແຕ່​ລະ​ຮ່ອມ​ບ້ານ, ຄຸ້ມ​ບ້ານ, ​ຄາບ​ເຂົ້າ​ໃນ​ແຕ່​ລະ​ມື້, ນັ້ນ​ແມ່ນ​ເພື່ອ​ຄຸນ​ນະ​ພາບ​ຂອງ​ການ​ດຳ​ລົງຊີ​ວິດ. ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຍັງເປັນ​​ຫ່ວງ​ເປັນ​​ໃຍວ່​າ ເອ​ກະ​ສານ​ດ້ານ​ກົດ​ໝາຍ​ມີ​ຫຼາຍ, ແຕ່​​ຕ້ອງ​ມີກົນ​ໄກ​​ການປະ​ຕິ​ບັດ ແລະ ການ​ປັບ​ໄໝ​​ລົງ​ໂທດສຳ​ລັບ​ບັນ​ຫາ​​ຄວາມປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ບັນ​ຫາ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ”.

ຂ່າວ/ບົດ​ອື່ນ