ຜູ້ມີສິດເລືອກຕັ້ງເຊື່ອໝັ້ນຕໍ່ບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງປະຖົມມະເລີກ,ສະພາແຫ່ງຊາດຊຸດທີ14

ຜູ້ມີສິດເລືອກຕັ້ງເຊື່ອໝັ້ນຕໍ່ບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງປະຖົມມະເລີກ,ສະພາແຫ່ງຊາດຊຸດທີ14 - ảnh 1
(ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​
ຂອງກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖ​ົມ​ມະ​ເລີກ,ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14)

(vovworld) - ການ​ເຄື່ອນ​ໄຫວ​ຂອງກອງ​ປ​ະ​ຊຸມນ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖ​ົມ​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໃນ​ເວ​ລາ​ທີ່​ຜ່ານ​ມາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຜູ້​ມີ​ສິດ​ເລືອກ​ຕັ້ງ ເຈີນ​ວັນ​ຫາຍ, ຢູ່ເມືອງ​ຕາມ​ເດື່ອງ, ແຂວງ ລາຍ​ເຈົາ, ໃຫ້​ຮູ້​ວ່າ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ທີ່ກອງ​ປ​ະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້, ຄຸນ​ນະ​ພາບ​​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ​າດໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ; ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ການກວດ​ກາຖາ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ນີ້ ຈະ​ມີ​ຄວາມ​ເຫັນດ້ານ​ກາ​ນ​ເມືອງຂອງ​ຕົນ​ຢ່າງ​ແທ​້​ຈິງ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຕ້ອງ​ເຕືອງ​ເຖິງ​ບັນ​ດາ​ບັນ​ຫາເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ​​.”

        ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖ​ົມ​ມະ​ເລີກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ເປັນ​ປະ​ຈຳ, ຜູ້​ມີ​ສິດ​ເລືອກ​ຕັ້ງ ຟ້າມ​ມາຍ​ຮືງ, ເມືອງ ເຈີ໋ນ​ອຽນ, ແຂວງ​ອຽນ​ບ໋າຍ ໃຫ້​ຮູ້​ວ່າ.

        “ກອງ​ປ​ະ​ຊຸມ​ຄັ້ງ​ປະ​ຖ​ົມ​ມະ​ເລີກໄດ້​ເລືອກ​ຕັ້ງ​ບັນ​ດາ​ການ​ນຳ​ຫຼັ​ກ​ແຫຼ່ງ​ເພື່ອ​ນຳ​ພາ​ປະ​ເທດ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ການ​ນຳ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈ​ຈາກ​ປະ​ຊາ​ຊົນ ກໍ​ຄືຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈຈາກ​ສະ​ພາ​ແຫ່ງ​ຊາດ ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາ​ມາດ​, ສຸມ​ຈິດ​ສຸມ​ໃຈ​ ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ; ສ້າງ​ສາ​ປະ​ເທດ​ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ; ກ້າວ​ເຂົ້າ​ສູ່​ໄລ​ຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸ​ດ​ສາ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ເທື່ອ​ລະ​ກ້າວ”.

        ທ່ານ ຟານ​ຊວນ​ທີ, ຜູ້​ມີ​ສິດ​ເລືອກ​ຕັ້ງ ຕາ​ແສງ​ເ​ຟື໋ອກ​ບິ່ງ, ເມືອງ 9, ນະ​ຄອນ​ໂຮ່​ຈິ​ມິນ ຊີ້​ແຈ້​ງວ່າ.

        “ຂ​້າ​ພະ​ເຈົ້າ​ເຊື່ອ​ໝັ້ນຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ນີ້ ແລະ ຫວັງ​ວ່າ, ສະ​ພາ​ແຫ່ງ​ຊາດ​ຊຸດນີ້​ຈະ​ມີ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ກຳ​ນົ​ດ​ທິດ. ​ກ່ອ​ນ​ອື່ນ​ໝົດ, ​ຕໍ່​ໜ້າ​ແມ່ນ​ດ້ານ​ກົດ​ໝາຍ, ຫຼັກ​ຈາກນັ້ນ​ແມ່ນ​ການ​ກຳ​ນົດ​ທິດ​ກ່​ຽ​ວ​ກັບ​ຍຸດ​ທະ​ສາດ​ເສດ​ຖະ​ກິດ, ນຳ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.”

        ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ H’mang Nie, ຊາວ​ເຜົ່າ ມະ​ນົງ, ຢູ່ເມືອງ​ດັກ​ລັກ, ແຂວງ ດັກ​ລັກ  ປາດ​ຖະ​ໜາ​ວ່າ.

        “ຂ້າ​ພະ​ເຈົ້າ​ກໍ​​ຄື​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ເຜົ່າ​ຢູ່​ບ້ານ Pay Pi ​ມີຫວັງ​​ຕໍ່​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ຈະ​ມີ​ການ​ປ່ຽນ​ໃໝ່​ກວ່າ ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ, ເຂັ້ມ​ແຂງ; ການ​ເມືອງ - ສັງ​ຄົມ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ມີ​ສະ​ຖຽນ​ລະ​ພາບ. ​ຫວັງ​ວ່າລັດ​ຖະ​ບານ​​ຈະເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຊົນ​ເຜົ່າຢູ່​ເຂດ ​ໄຕງວຽນ ຢ່າງ​ແທດ​ຈິງກວ່າ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ​ລົົບ​ລ້າງ​ຄວາມ​ອຶດ​ຫິວ​, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ”.

ຂ່າວ/ບົດ​ອື່ນ