(VOVWORLD) - ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.
ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງເຊີນລາ ມີຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງຕໍ່ການຜັນຂະຫຍາຍບັນດາການກຳນົດທິດບຸກທະລຸຍຸດທະສາດຢ່າງແທ້ຈິງ (ພາບ: VOV)
|
ເມື່ອຕິດຕາມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນບັນດາພາຫະນະສື່ມວນຊົນ, ຜູ້ມີສິດເລືອກຕັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ເຊີນລາ ໄດ້ສະແດງຄວາມສົນໃຈເປັນພິເສດ ແລະ ຕີລາຄາສູງບັນດາສານສຳຄັນທີ່ໄດ້ສົ່ງໄປ, ໃນນັ້ນມີສານ “ເວົ້າໜ້ອຍ - ເຮັດຫຼາຍ - ເຮັດຈົນສຳເລັດຜົນ” ເຮັດໃຫ້ຜູ້ມີສິດເລືອກຕັ້ງເຫັນດີເປັນເອກະພາບຢ່າງສູງ. ທ່ານ ຫງວຽນຕວັນແອັງ, ເລຂາພັກຕາແສງ ຈ່ຽງຊູງ, ແຂວງ ເຊີນລາ ໃຫ້ຮູ້ວ່າ:
ເຮັດຫຼາຍແມ່ນການກະທຳແທ້ຈິງ, ກິ້ງເກືອກເຂົ້າໃນບັນດາວຽກງານທີ່ຍາກ ແລະ ເຮັດຈົນສຳເລັດແມ່ນປັດໄຈທີ່ເຮັດໃຫ້ຂ້າພະເຈົ້າຮູ້ສຶກຈັບໃຈທີ່ສຸດ. ເຮັດຈົນສຳເລັດແມ່ນຄວາມຮັບຜິດຊອບ, ແມ່ນກຽດຂອງສະມາຊິກພັກຕໍ່ກັບປະຊາຊົນ. ສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເຕື້ອງຖືກຈຸດອຸດຕັນໃນຂອດທີ່ຈັດຕັ້ງປະຕິບັດມາແຕ່ດົນນານແລ້ວ. ນັ້ນແມ່ນເຂັມຊີ້ທິດເພື່ອໃຫ້ພວກຂ້າພະເຈົ້າປັບປຸງວິຖີໃນການເຮັດວຽກຄືນໃໝ່ ຕ້ອງມີວິໄນກວ່າ, ຕົວຈິງກວ່າ ແລະ ມີປະສິດທິຜົນກວ່າ.
ຕາມຜູ້ມີສິດເລືອກຕັ້ງ ເຊີນລາ ແລ້ວ, ວິວັດການກະກຽມບັນດາເອກະສານຢ່າງພິຖີພິຖັນ, ພິເສດແມ່ນການຮັບເອົາຄຳເຫັນຢ່າງກວ້າງຂວາງຂອງປະຊາຊົນທຸກຊັ້ນວັນນະ ແມ່ນຈຸດສະແດງໃຫ້ເຫັນແຈ້ງຈິດໃຈປະຊາທິປະໄຕ, ຢາກຮູ້ຢາກເຫັນ, ຖື ພູມປັນຍາ ແລະ ສຽງເວົ້າຂອງປະຊາຊົນ ເປັນສຳຄັນໃນການວາງແຜນກຳນົດແນວທາງພັດທະນາປະເທດຊາດ.