ຜູ້ອຳນວນການໃຫຍ່VOVຕ້ອນຮັບເອກອັກຄະລັດຖະທູດAzerbaijanປະຈຳຫວຽດນາມ

ຜູ້ອຳນວນການໃຫຍ່VOVຕ້ອນຮັບເອກອັກຄະລັດຖະທູດAzerbaijanປະຈຳຫວຽດນາມ - ảnh 1
ຜູ້ອຳນວນການໃຫຍ່ VOV ຫງວຽນເທ໋ກີ ຕ້ອນຮັບ
ເອກອັກຄະລັດຖະທູດAzerbaijanປະຈຳຫວຽດນາມ

(vovworld) - ​ ​ ຕອນ​ເຊົ້າວັນ​ທີ 27/09 ຢູ່​ສຳນັກ​ງານ​ວິທະຍຸ​ກະຈາຍ​ສຽວ ຫວຽດນາມ, ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ທ່ານ ຫງວຽນ​ເທ໋ກີ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Anar Lachin oglu Imanov ​​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສາທາລະນະ​ລັດ Azerbaijan ປະຈຳ ຫວຽດນາມ. ປະຈຸ​ບັນ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະຖານທູດ Azerbaijan ປະຈຳ ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ໃຫ້ຂ່າວ​ບັນດາ​ເຫດການ​ໂດຍ​ສະຖານທູດ Azerbaijan ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ​ໂຄສະນາ​ຮູບ​ພາບ​ປະ​ເທດ ​ແລະ ປະຊາຊົນ Azerbaijan ​ໃນ​ສື່​ເອ​ເລັກ​ໂຕ​ນິກ online ຂອງວິທະຍຸ​ກະຈາຍສຽງ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ 7 ລະບົບ​ກະຈາຍ​ສຽງ 24/24 ຊົ່ວ​ໂມງ​ຕໍ່​ວັນ, ​ໃນ​ນັ້ນ​ມີ 1 ລະບົບ​ກະຈາຍ​ສຽງ​​ເປັນພາສາ​ຕ່າງປະ​ເທດ ດ້ວຍ 12 ພາສາ. ພວ​ກຂ້າພະ​ເຈົ້າ​ມີ 17 ຊ່ອງ​ໂທລະພາບ, ໜັງ​ສື່​ພິມ 1 ສະບັບ ​ແລະ ສື່​ເອ​ເລັກ​ໂຕ​ນິກ 2 ສະບັບ. ປະຈຸ​ບັນ ຈຳນວນ​ພະນັກງານ, ນັກ​ຂ່າວ​, ນັກ​ບັນນາທິການ, ນັກ​​ເຕັກນິກ​ຂອງ ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ 3.400 ຄົນ. ວິທະຍຸ​ກະຈາຍສຽງ ຫວຽດນາມ ມີສຳນັກງານປະຈຳ​ຢູ່​ 10 ປະ​ເທດ, ​ໃນ​ໄລຍະ​ຈະ​ມາ​ເ​ຖິງ ຈະ​ເປີດກ້ວາງສຳນັກງານ​ຢູ່ 12 ປະ​ເທດ​. ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິທະຍຸ​ແຫ່ງ​ຊາດ​ແຖວ​ໜ້າ​ຂອງ ຫວຽດນາມ.

 


ຂ່າວ/ບົດ​ອື່ນ