ຜູ້ຮັກສາການປະທານປະເທດດັ້ງທິງອັກທິ້ງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ

(VOVWORLD) -ຕອນເຊົ້າວັນທີ 16 ຕຸລາ, ຢູ່ທຳນຽບປະທານປະເທດ, ເອກອັກຄະລັດຖະທູດໂຮນລັງ, ແບນຊິກ, ແດນມາກ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ທ່ານນາງຜູ້ຮັກສາການປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ.

ຜູ້ຮັກສາການປະທານປະເທດດັ້ງທິງອັກທິ້ງຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ - ảnh 1 (ທ່ານນາງຜູ້ຮັກສາການປະທານປະເທດດັ້ງທິງອັກທິ້ງ

ຕ້ອນຮັບເອກອັກຄະລັດຖະທູດໂຮນລັງເຂົ້າຍື່ນສານແຕ່ງຕັ້ງ)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂຮນລັງ, ທ່ານນາງຜູ້ຮັກສາການປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ເພື່ອນຳຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ຮ່ວມສຳພັນກັບຄູ່ຮ່ວມມືໃໝ່ໃນບັນດາໂຄງການຮ່ວມມືໃໝ່ ເພື່ອຮັບໃຊ້ພາລະກິດພັດທະນາແບບຍືນຍົງຂອງ 2 ປະເທດ. ພ້ອມທັງປາດຖະໜາວ່າ, ໂຮນລັງ ຊຸກຍູ້ ແລະ ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ເປັນທາງການໂດຍໄວ ແລະ 2 ຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດພັດທະນາແບບຍືນຍົງ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດແບນຊິກ, ທ່ານນາງຜູ້ຮັກສາການປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ, ແບນຊິກ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ປະເທດພົບປະ, ແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື, ພິເສດແມ່ນໃນຂົງເຂດເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ ແບນຊິກ ມີທ່າແຮງຄື: ກະສິກຳ, ທ່າກ່ຳປັ່ນ, ພະລັງງານຜະລິດຄືນໃໝ່… ສ່ວນທ່ານເອກອັກຄະລັດຖະທູດແບນຊິກ Paul Jansen ຢັນຢັນວ່າ, ແບນຊິກ ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງຕຳແໜ່ງຄະນະບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ສະໜັບສະໜູນຫວຽດນາມ ລົງນາມໃນ EVFTA.

        ທີ່ການຕ້ອນຮັບເອກອັກຄະລັດຖະທູດແດນມາກ, ທ່ານນາງຜູ້ຮັກສາການປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ, ທ່ານເອກອັກຄະລັດຖະທູດແດນມາກ Kim Hojlund Christensen ຈະສືບຕໍ່ຊຸກຍູ້ລັດຖະບານແດນມາກ ສືບຕໍ່ຜັນຈະຫຍາຍຍຸດທະສາດເຕີບໂຕຂອງແດນມາກກັບຫວຽດນາມ. ເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດແດນມາກ ຈະມີການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ສ່ວນທ່ານເອກອັກຄະລັດຖະທູດແດນມາກ Kim Hojlund Christensen ເນັ້ນໜັກວ່າ, ບຸລິມະສິດໃຫຍ່ສຸດໃນອາຍຸການຂອງຕົນແມ່ນຈະຊຸກຍູ້ບັນດາການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງການນຳຂັ້ນສູງ, ວິສາຫະກິດ ແລະ ພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ