ຜູ້ແຫ່ຂະບວນປະທ້ວງ ປິດລ້ອມບັນດາສະຖານ ທີ່ປ່ອນບັດກ່ອນ ກຳນົດເວລາຢູ່ໄທ


ຜູ້ແຫ່ຂະບວນປະທ້ວງ ປິດລ້ອມບັນດາສະຖານ ທີ່ປ່ອນບັດກ່ອນ ກຳນົດເວລາຢູ່ໄທ - ảnh 1

(ພາບ: AFP/TTXVN))

 (vovworld)- ​ ວັນທີ 26/1, ມີ​ສະຖານ​ທີ່​ປ່ອນ​ບັດ​ຢູ່​ນະຄອນຫຼວງ​ບາງກອກ​ ຢ່າງ​ໜ້ອຍ​ສຸດ 16 ​ແຫ່ງ​ໄດ້​ຖືກ​ໂຈະ​ໄວ້​ຍ້ອນ​ການ​ກີດຂວາງ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄື: ປິດ​ລ້ອມ​ສະຖານ​ທີ່​ປ່ອນ​ບັດ, ສະກັດ​ກັ້ນ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ການ​ເລືອກ​ຕັ້ງ​ໄປ​ຍັງ​ບັນດາ​ສະຖານ​ທີ່​ນີ້. ການ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ກໍ່​ຖືກ​ກີດຂວາງ ​ໃນ​ຂະນະ​ທີ່ຢູ່​ພາກ​ເໜືອ, ​​ພາກອີສານ ​ແລະ ພາກ​ກາງ​ໄທ​ ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ. ມີ ປຊຊ ​ໄທ 49 ລ້າ​ນຄົນ​ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ​ແລະ 2,6 ລ້ານ​ຄົນ​ໄດ້​ຈົດ​ທະບຽນ​ໄປ​ປ່ອນ​ບັດ​ກ່ອນ​ກຳນົດ​ເວ​ລາ. ປະຈຸ​ບັນ, ບໍ່​ທັນ​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ.

   ​ໃນ​ວັນ​ດຽວ​ກັນ, ຮອງ​ນາຍົກລັດຖະມົນຕີຊົ່ວຄາວ​ໄທ ພົງ​ເທບ ​ໃຫ້​ຮູ້​ວ່າ: ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ຈະ​ພົບ​ປະ​ກັບທ່ານ​ນາງ​ນາຍົກ​ລົດ​ຖະມົນຕີ​ຍິ່ງ​ຮັກ ຊີ​ນນະ​ວັດ ​ໃນ​ວັນ​ທີ 28/1 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ໂຈະ​ການ​ເລືອກ​ຕັ້ງ​ໄວ້​ແຕ່​ເວລາ ​ແລະ ສະຖານ​ທີ່​ພົບ​ປະ​ຍັງ​ບໍ່​ທັນ​ໄດ້​ຖືກ​ເປີດ​ເຜີຍ​ເທື່ອ./.

ຂ່າວ/ບົດ​ອື່ນ