ຜູ້ແຫ່ຂະບວນປະທ້ວງຢູແກຼນຢືດຄອງຄ້າຍທະຫານຢູ່Donetsk

ຜູ້ແຫ່ຂະບວນປະທ້ວງຢູແກຼນຢືດຄອງຄ້າຍທະຫານຢູ່Donetsk - ảnh 1
ຜູ້ແຫ່ຂະວນປະທ້ວງຢືດຄອງສຳນັກງານອຳນາດການປົກຄອງແຫ່ງຕ່າງໆຢູ່ນະຄອນ Donetsk
(ພາບປະກອບ: kienthuc.net.vn)

(vovworld) – ວັນ​ທີ 16/5, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ ຢູ​ແກຼນ ​ໄດ້​ຍາດ​​ເອົາສິດ​ຄວບ​ຄຸມ​ຄ້າຍທະ​ຫານ​ຂອງກຳລັງ​ອາລັກ​ຂາ​ແຫ່ງ​ຊາດ ຢູ​ແກຼນ ຢູ່​ນະ​ຄອນ Donetsk, ພາກຕາ​ເວັນ​ອອກ ຢູ​ແກຼນ. ຕາມ​ບັນດາ​ແຫຼ່ງຂ່າວ​ທີ່​ສະຖານ​ທີ່​ເກີດ​ເຫດ​ແລ້ວ, ​ເຫດລະ​ເບີດເກີດ​ຂຶ້ນ​​ບາງ​ຄັ້ງ​ຢູ່​ນະຄອນ, ​ແຕ່​ປະຈຸ​ບັນ​ບໍ່​ຮູ້​ວ່າ​ບັນດາ​ເຫດ​ລະ​ເບີດ​ດັ່ງກ່າວ​ກ່ຽວຂ້ອງ​ເຖິງ​ການ​ຄວມຄຸມຄ້າຍ​ທະຫານ​ດັ່ງກ່າວ​ຫຼື​ບໍ່.

    ​ໃນ​ເດືອນ​ໜ້າ, ການ​ນຳ​ຊົ່ວຄາວ ກີ​ແອບ ​ໄດ້​ປຸກລະດົມ​ອັນ​ທີ່​​ເອີ້ນ​ວ່າ: ການ​ເຄື່ອ​​ນ​ໄຫວ​ຕ້ານ​ກໍ່​ການ​ຮ້າຍ ​ເພື່ອ​​ແນ​ໃສ່​ຍາດ​ຄື​ນສິດ​ຄວບ​ຄຸມ​ຢູ່​ນະຄອນ​ແຫ່ງ​ຕ່າງ​ໆ​​ໃນ​ພາກຕາ​ເວັນ​ອອກປະ​ເທດ​ນີ້ ພາຍຫຼັງ​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢືດຄອງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​​ໂດຍ​ບໍ່​ຫົວຊາ​ຕໍ່​ບັ້ນ​ຮົບ​ການ​ທະຫານ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຄົງ​ບຸກ​ໂຈມ​ຕີ​ບັນດາ​ສຳນັກງານ​ອຳນາດ​ການ​ປົກຄອງ ​ແລະ ຈັບ​ຕົວ​ປະກັນ.

    ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຢູ​ແກຼນ, ວັນ​ທີ 16/5, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ປະທານາທິບໍດີ ຝຣັ່ງ Francois Hollande ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ປຶກສາ​ຫາລື ກ່ຽວ​ກັບ​ສະພາບ​ການ​ຢູ່​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ອອກ​ນີ້, ພ້ອມ​ທັງ​ກ່າວ​ເຕືອນ​ຈະ​ເພີ່ມທະ​ວີ​ບັນດາ​ມາດ​ຕະການ​ລົງ​ໂທດ ມົດ​ສະ​ກູ ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ຂອງ​ລັດ​ເຊຍ.



ຂ່າວ/ບົດ​ອື່ນ