ຜູ້ແຫ່ຂະບວນປະທ້ວງຢູ່ໄທປິດລ້ອມບັນດາເສັ້ນທາງຢູ່ນະຄອນຫຼວງ

ຜູ້ແຫ່ຂະບວນປະທ້ວງຢູ່ໄທປິດລ້ອມບັນດາເສັ້ນທາງຢູ່ນະຄອນຫຼວງ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ໄທປິດລ້ອມບັນດາເສັ້ນທາງຢູ່ນະຄອນຫຼວງ
(ພາບ: AFP)


(vovworld) – ວັນ​ທີ 13/1, ວັນ​ທຳ​ອິດ​ໃນ​ບັ້ນ​ຮົບ​ປິດ​ລ້ອມ​ນະຄອນຫຼວງ ບາງກອກ ​ໂດຍ​ຫົວໜ້າ​ຄະນະແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ປຸກລະດົມ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເຕົ້າ​ໂຮມ​ຢູ່​ເສັ້ນທາງ​ສາຍ​ຕ່າງໆ​ຢູ່​ນະຄອນຫຼວງ ​ບາງກອກ. ຢູ່ສະຖານ​ທີ່​ຄົມມະນາຄົມ​ຈຸດ​ສຸມ, ​ສູນ​ການ​ຄ້າ ​ແລະ ສຳນັກງານ​ອົງການ​ລັດຖະບານ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຕັ້ງ​ຮົ້ວ​ກີດຂວາງ ​ແລະ ຕູບ, ດ້ວຍ​ຈຸດປະສົງ​​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ຫຼາຍ​ຂະ​ແໜງ​ເສດຖະກິດ​ຖືກ​ຢຸດ​ສະ​ງັກ. ​ໂຄສົກ​ຂອງ​ກອງທັບ ​ໄທ ທ່ານ ວິ​ນ​ໄທ ສຸ​ວາຣີ ​ໃຫ້​ຮູ້​ວ່າ: ກອງທັບ​ພຽງ​ແຕ່ຜັນ​ຂະຫຍາຍ​ນັກຮົບ​​ຢູ່​ບາງ​ສະຖານ​ທີ່​ເທົ່າ​ນັ້ນ, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ້ອງ​ວ່າການ​ລັດຖະບານ, ດ້ວຍ​ໜ້າ​ທີ່​ບໍ່​ພຽງ​ແຕ່​ຮັບ​ປະກັນ​ຄວາມ​ປອດ​ໄພ​ໃຫ້​ຜູ້​ແຫ່​ຂະ​ບວນ​ເທົ່າ​ນັ້ນ ຫາກ​ຍັງ​ໜູນ​ຊ່ວຍຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ກົດໝາຍ​ອີກດ້ວຍ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ມອບ​ໜ້າ​ທີ່​ໃຫ້​ທ່າ​ນຮອງ​ນາຍົກລັດຖະມົນຕີ ພົງ​ເທບ ​ເທບ​ກາຈະນາ ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ທຸກ​ຝ່າຍ​ກ່ຽວຂ້ອງ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ (EC) ​​ໂຈະ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເຊິ່ງ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 2/2. ຕາມ​ແຜ​ນການ​ແລ້ວ, ທ່ານ ​ພົງ​ເທບ ຈະພົບ​ປະ​ກັບ​ຜູ້​ຕາງໜ້າ EC, ບັນດາ​ພັກ​ຝ່າຍ, ບັນດາ​ຝ່າຍ​ສະໜັບສະໜູນ ​ແລະ ຝ່າຍ​ຄ້ານ​ການ​ເລື​ອກຕັ້ງ​ໃນ​ວັນ​ທີ 15/1. ວັນ​ທີ 12/1, EC ສະ​ເໜີ​ກັບ​ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ພິຈາລະນາ​​ໂຈະ​ເວລາ​ຈັດ​ຕັ້ງ​ການ​ເລືອກຕັ້ງ​ເຖິງ​ວັນ​ທີ 4/5.


ຂ່າວ/ບົດ​ອື່ນ