ຜູ້ແຫ່ຂະບວນປະທ້ວງໄທປິດລ້ອມຫ້ອງການຊົ່ວຄາວຂອງນາຍົກລັດຖະມົນຕີໄທ

ຜູ້ແຫ່ຂະບວນປະທ້ວງໄທປິດລ້ອມຫ້ອງການຊົ່ວຄາວຂອງນາຍົກລັດຖະມົນຕີໄທ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ສຳນັກງານລັດຖະບານ
(ພາບ: Kyodo/TTXVN)


(vovworld) – ວັນ​ທີ 19/2, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ​ໄທ ປະມານ 3.000 ຄົນ​ໄດ້​ປິດ​ລ້ອມ​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຊົ່ວຄາວ​ຢູ່​ຊານ​ນະຄອນຫຼວງ ບາງກອກ, ບ່ອນ​ທີ່​ໃນ 2 – 3 ອາທິດ​ຜ່ານ​ມາ​ຖືກ​ນຳ​ໃຊ້ແມ່ນ​ຫ້ອງການ​ເຮັດ​ວຽກ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ຍິ່ງ​ລັກ ຊິນ​ນະ​ວັດ ພາຍຫຼັງ​ທີ່​ສຳນັກງານ​ລັດຖະບານ​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປິດ​ລ້ອມ. ຄວາມ​ເຄັ່ງ​ຕຶງ​ໄດ້​ຄ່ອຍ​ໆ​ຫລຸດ​ລົງ​ເມື່ອ​ບັນດາ​ນາຍ​ທະຫານ​ມີໜ້າ​ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຫັນ​ດີ​ເຈລະຈາ​ກັບຜູ້ນຳ​ຈັດການ​​ແຫ່​ຂະ​ບວນປະ​ທ້ວງ ທ່ານ ສຸ​ເທບ ​ເທືອ​ກສຸບັນ. ທ່ານ ສຸ​ເທບ ​ເທືອ​ກສຸບັນ ກ່າວ​ເຕືອນວ່າ: ຖ້າ​ຫາກ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ສືບ​ຕໍ່​ໄປ​ເຮັດ​ວຽກ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​ມາ​ແຫ່ງ​ນີ້​ເປັນ​ປະຈຳ. ​ໃນ​ຂະນະ​ນັ້ນ, ​ໂຄສົກ ຂອງ​ກອງທັບ ​ໄທ, ພັນ​ເອກ ວາຣະຊົນ ສຸກອນ​ຫາ​ປະຕິ​ພັກ ​ໃຫ້​ຮູ້​ວ່າ: ກອງທັບ​ ຈະ​ແຊກ​ແຊງ​ຖ້າ​ຫາກ​ຕຳຫຼວດ​ບໍ່​ສາ​ມາດ​ຮັບ​ປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ນະຄອນ​ໄດ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ຫຼີກ​ລ້ຽງ​ການ​ປະ​ທະ​ກັນ. ສ່ວນ​ທ່ານ​ປະທານ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ໄທ ພະຣາດອນ ພັດ​ທະນະ​ຖາບຸດ ​ໃຫ້​ຮູ້​ວ່າ: ຕຳຫຼວດ​ຈະ​ບໍ່​ສືບ​ຕໍ່​ມານະ​ພະຍາຍາມ​ຍາດ​​ເອົາສິດ​ຄວບ​ຄຸ​ມຢູ່​ບັນດາ​ສະຖານ​ທີ່​ແຫ່​ຂະ​ບວນປະ​ທ້ວງ, ​ຫາກ​ບຸລິມະສິດອາລັກຂາ​ນາຍົກລັດຖະມົນຕີຊົ່ວຄາວ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ.

ຂ່າວ/ບົດ​ອື່ນ