ຝຶກຊ້ອມປ້ອງກັນ, ຕ້ານ ໂລກລະບາດ Ebola ຢູ່ດ່ານເຕິນເຊີນເຍີດ


ຝຶກຊ້ອມປ້ອງກັນ, ຕ້ານ ໂລກລະບາດ Ebola ຢູ່ດ່ານເຕິນເຊີນເຍີດ - ảnh 1

 (ພາບ: vov)

 (vovworld)- ​ ຕອນ​ບ່າຍວັນ​ທີ 17/8, ຢູ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​​ໄດ້ຈັດການຝຶກ​ຊ້ອມ​ປ້ອງ​ກັນ, ຕ້ານ​ໂລກລະບາດ Ebola ຢູ່​ດ່ານ​ເຕິ​ນ​ເຊີນ​ເຍີ​ດ. ກໍລະນີ​ໄດ້​ຍົກ​ອອ​ກ​ແມ່ນ​ມີ​ແຂກ​ຜູ້ 1 ​ເປັນ​ໄຂ້. ​ແຂກ​ຜູ້​ນີ້​ຖືກ​ເຊີນ​ເຂົ້າກວດ​ອາການ​ສຸຂະພາບ, ສົ່ງ​ໄປ​ບ່ອນ​ແຍກ​ຕົວ ​ແລະ ຫຼັງ​ຈາກ​ນັ້ນຈະ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ພະຍາດ​ເຂດ​ຮ້ອນ​ເພື່ອ​ປິ່ນປົວ. ບັນດາ​ຫົວໜ່ວຍ​ຄື​: ສູນ​ກວດກາ​​ໂລກລະບາດ​ສາກົນ, ສະ​ຖາ​ບັນ Pasteur ນະຄອນ, ​ໂຮງໝໍ​ເຂດ​ຮ້ອນ, ຂະ​ແໜງ​ການ​ແພດ​ການບິນ, ຕຳຫຼວດ​ດ່ານ, ພາສີ…​​ໄດ້​ມີ​ການ​ສົມທົບ​ກັນ​ຢ່າ​ງກົມ​ກ່ຽວ ​ແລະ ປະຕິບັດ​ຖືກຕ​້ອງຕາມຂັ້ນຕອນ​ທີ່​ໄດ້​ເອກະ​ພາບ​ກັນ​ໃນ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະບາດ​ຢູ່​ທ່າ​ອາກາດ​ສະຍານ​ສາກົນ​ເຕິ​ນ​ເຊີນ​ເຍີ​ດ. ທ່ານນາງ​ຫງວຽນ​ທິກິມຕຽນ, ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກຫວຽດນາມ ​ໃຫ້​ຮູ້​ວ່າ:

  “ພວກ​ເຮົາ​ໄດ້ຝຶກ​ຊ້ອມດ້ວຍ​ບັນດາ​ກໍລະນີ​ອາດ​ຈະ​ເກີດ​ຂຶ້ນ​ຖືກຕ້ອງ​ຕາມ​ຂັ້ນຕອນ​ໄດ້​ແນະນຳ. ຫວຽດນາມ ຄວນມີ​ບັນດາ​ສູນ​ປິ່ນປົວ​ຮິບ​ດ່ວນ​ທັງ​ຢູ່​ພາຍ​ໃນ​ໂຮງໝໍພະຍາດ​ເຂດ​ຮ້ອນ ​ແລະ ສະໜາມ​ບິນ​ເຕິ​ນ​ເຊີນ​ເຍີ​ດ. ອາດ​ຈະ​ໃຊ້​ບັນດາ​ຮາກ​ຖານ​ການ​ແພດ​ມໍ່​ກັບ​ສະໜາມ​ບິນ​ເພື່ອ​ເປັນ​ບ່ອນ​ແຍກ​ຕົວ “./.

ຂ່າວ/ບົດ​ອື່ນ