ຝຶກ​ແອບວິ​ຊາສະ​ເພາະ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) -ເຂົ້າຮ່ວມຊຸດຝຶກແອບຄັ້ງນີ້ມີພະນັກງານການແພດສັງກັດໂຮງໝໍກາງສະໜາມ ຂັ້ນ 1 ຂອງກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເພື່ອແນໃສ່ປະກອບຄວາມຮູ້ ແລະ ທັກທະທີ່ຈຳເປັນກ່ຽວກັບດ້ານວິຊາສະເພາະທາງການແພດ, ພິເສດແມ່ນທັກສະແກ້ໄຂກໍລະນີສຸກເສີນ ແລະ ການບົ່ງມະຕິພະຍາດ, ປິ່ນປົວພະຍາດທົ່ວໄປ.
ຝຶກ​ແອບວິ​ຊາສະ​ເພາະ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1ຊຸດຝຶກແອບຄັ້ງຄັ້ງນີ້ຈະດຳເນີນຮອດວັນທີ 21 ພະຈິກ (ພາບ: qdnd.vn)

  ວັນທີ 10 ພະຈິກ, ພິທີໄຂຊຸດຝຶກແອບວິຊາສະເພາະທາງການແພດເພີ່ມເຕີມໃຫ້ແກ່ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຖືກຈັດຂຶ້ນຢູ່ວິທະຍາຄານເສນາຮັກ. ເຂົ້າຮ່ວມຊຸດຝຶກແອບຄັ້ງນີ້ມີພະນັກງານການແພດສັງກັດໂຮງໝໍກາງສະໜາມ ຂັ້ນ 1 ຂອງກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເພື່ອແນໃສ່ປະກອບຄວາມຮູ້ ແລະ ທັກທະທີ່ຈຳເປັນກ່ຽວກັບດ້ານວິຊາສະເພາະທາງການແພດ, ພິເສດແມ່ນທັກສະແກ້ໄຂກໍລະນີສຸກເສີນ ແລະ ການບົ່ງມະຕິພະຍາດ, ປິ່ນປົວພະຍາດທົ່ວໄປ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນຕີ, ສາດສະດາຈານ ປອ. ຫງວຽນເຈື່ອງຢາງ, ຮອງຜູ້ອຳນວຍການວິທະຍາຄານເສນາຮັກ ຮຽກຮ້ອງວ່າ ໃນຊຸດຝຶກແອບຄັ້ງຄັ້ງນີ້ຈະດຳເນີນຮອດວັນທີ 21 ພະຈິກ ນີ້, ພະນັກງານໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຄວນເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ ແລະ ມີຄວາມຮັບຜິດຊອບສູງ, ແນໃສ່ບັນລຸໄດ້ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ຮັບປະກັນຈະປະຕິບັດສຳເລັດໜ້າທີ່ຂອງຕົນໃນໄລຍະຈະມາເຖິງ ເມື່ອໄປຜັນຂະຫຍາຍຢູ່ບໍລິເວນຄະນະຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້; ບັນດາສະມາຊິກຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຈົ່ງເອົາໃຈໃສ່ຝຶກຝົນບໍ່ພຽງແຕ່ວິຊາສະເພາະດ້ານການແພດເທົ່ານັ້ນ, ຫາກນັບທັງພາສາ ແລະ ກຳລັງທາງກາຍອີກດ້ວຍ ເພື່ອຕອບສະໜອງເງື່ອນໄຂເຮັດວຽກຢູ່ສະພາບແວດລ້ອມນາໆຊາດ ຂອງ ສປຊ ແລະ ອາກາດທີ່ແປປ່ວນຮ້າຍແຮງໃນບໍລິເວນ.  


ຕອບກັບ

ຂ່າວ/ບົດ​ອື່ນ