ຝົນຕົກນ້ຳຖ້ວມຜັນແປໄປຢ່າງສັບສົນຢູ່ຫລາຍປະເທດອາຊີ

ຝົນຕົກນ້ຳຖ້ວມຜັນແປໄປຢ່າງສັບສົນຢູ່ຫລາຍປະເທດອາຊີ - ảnh 1
ນ້ຳ​ຖ້ວມ​ຢູ່​ປາ​ກິ​ສະ​ຖານ
ພາບ:internet

(vovworld)- ຝົນ​ຕົກ​ຫນັກໄດ້​ກໍ່​ໃຫ້​ເກີດ​ໄພນ້ຳ​​ແກ່ງຖ້ວມ ແລະ ດິນເສາະ​ເຈືອນຢູ່​ຫລາຍ​ປະ​ເທດ ອາ​ຊີ ຄື: ອິນ​ເດຍ, ມຽນ​ມາ, ປາ​ກິ​ສະ​ຖານ, ເນ​ປານ, ຫວຽ​ດ​ນາມ ແລະ ຈີນ ໄດ້​ເຮັດ​ໃຫ້​ນ​ັບ​ຮ້ອຍໆ​ຄົນ​ຖືກ​ເສຍ​ຊີ​ວິດ, ລ້ານໆ​ຄົນ​ຕ້ອງ​ອອກ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ໄປ​ເຖິງ​ເຂດ​ປອດ​ໄພ. ​ວັນ​ທີ 3/8, ວົງ​ການ​ເຈົ້າ​ຫນ້າ​ທີ່ ອິນ​ເດຍ ໃຫ້​ຮູ້​ວ່າ: ຝົນ​ຕົກ​ຫນັກ​ແລະ​ລົມ​ແຮງພັດ​ເຂົ້າ​ອ່າວ Bengal ໃນ​ອາ​ທິດ​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ​ໄດ້​ເຮັດ​ໃຫ້ 120 ຄົນ​ເສຍ​ຊີ​ວິດ ແລະ ກວ່າ 1 ລ້ານ​ຄົນ​ຕ້ອງ​ອອກ​ຈາກ​ເຮືອນ​ຊານ. ຢູ່ ມຽນ​ມາ ຝົນ​ຕົກ​ຫນັກ​ພາຍ​ຫລັງ​ພາ​ຍຸ Komen ມາ​ຮອດ​ປະ​ຈຸ​ບັນ ໄດ້​ເຮັດ​ໃຫ້ 46 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ກວ່າ 200.000 ຄົນ​ຕ້ອງ​ຍົກ​ຍ້າຍ​ໄປ​ເຖິງ​ເຂດ​ປອດ​ໄພ. ໃນ​ຂະ​ນະ​ນັ້ນ ຢູ່ ປາ​ກິ​ສະ​ຖານ, ຝົນ​ຕົກ​ຫນັກ​ແກ່​ຍາວ​ໃນ 2 ອາ​ທິດ​ຜ່ານ​ມາ​ຮ ໄດ້​ເຮັດ​ໃຫ້ 116 ຄົນ​ຖືກ​ເສຍ​ຊີ​ວິດ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກວ່າ 850.000 ຄົນ. ນອກນັ້ນ ໄພ​ນ້ຳ​ຖ້ວມ ແລະ ດິນ​ເສາະ​ເຈືອນ ຢູ່ ເນ​ປານ ແລະ ຫວຽດ​ນາມ ກໍ​ໄດ້​ເຮັດ​ໃຫ້​ສີບໆ​ຄົນ​ຖືກ​ເສຍ​ຊີ​ວິດ. ສ່ວນ​ຢູ່ ​ແຂວງ​ສານ​ຊີ ​ພາກ​ເຫນືອ​ຂອງຈີນ ຝົນ​ຕົກ​ກໍ່​ໃຫ້​ເກີດ​ນ້ຳ​ແກ່ງ​ຖ້ວມ​ໄດ້​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ 15 ຄົນຖືກ​ຊຸໄປ.

 

ຂ່າວ/ບົດ​ອື່ນ