ຝົນ​ຕົກ​ໜັກນ້ຳ​ຖ້ວມ​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່​ເຂດ​ພາກ​ກາງ​ຫວຽດ​ນາມ

(VOVWORLD) -ຕາມຫ້ອງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ໄລ່ຮອດເວລາ 18 ໂມງຂອງວັນທີ 24 ຕຸລາ, ຝົນຕົກໜັກນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ເຂດພາກກາງ ຫວຽດນາມ.

ຝົນ​ຕົກ​ໜັກນ້ຳ​ຖ້ວມ​ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່​ເຂດ​ພາກ​ກາງ​ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ແຂວງເທື່ອທຽນ - ເຫ້ວ, ກ໋ວາງນາມ ແລະ ກ໋ວາງຫງ໋າຍ ໄດ້ດຳເນີນການຍົກຍ້າຍ 1.400 ຄອບຄົວ ດ້ວຍປະຊາຊົນກ່ວາ 4.800 ຄົນ ຢູ່ເຂດທີ່ຖືກນ້ຳຖ້ວມເລິກ ແລະ ເຂດທີ່ມີຄວາມສ່ຽງດິນເຊາະເຈື່ອນໄປຍັງເຂດປອດໄພ. ບັນດາຄອບຄົວໄດ້ຮັບການອົບພະຍົບຢູ່ ເຫ້ວ ໄດ້ກັບຄືນບ້ານຂອງຕົນແລ້ວ.

ວັນທີ 24 ຕຸລາ, ຢູ່ເສັ້ນທາງດ່ວນ ດ່ານັ້ງ - ກ໋ວາງຫງ໋າຍ, ຕອນຜ່ານເມືອງ ນຸຍແທ່ງ, ແຂວງ ກ໋ວາງນາມ ໄດ້ເກີດເຫດດິນເຊາະເຈື່ອນນັບຮ້ອຍ  ແມັດກ້ອນ ລົງໜ້າຖະໜົນ ເຊິ່ງໄດ້ເຮັດໃຫ້ຕັນເສັ້ນທາງຄົມມະນາຄົມ. ໃນທັນທີ, ບັນດາກົມກອງກຳລັງ, ບຳລຸງຮັກສາ ເສັ້ນທາງຄວາມໄວສູງ ດ່ານັ້ງ - ກ໋ວາງຫງາຍ ໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂ, ກູ້ໄພກູ້ຊີບ ແລະ ສາມາດ ຈະລາຈອນ ໄດ້ແລ້ວ.

ຕາມການຄາດຄະເນຂອງ ສູນພະຍາກອນອຸຕຸນິຍົມ ອຸທົກກະສາດ ແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 25 ຕຸລາ, ໃຈກາງຄວາມດັນອາກາດຕ່ຳ ອາດຈະແຮງຂຶ້ນກາຍເປັນ ພາຍຸ ຢູ່ເຂດທະເລທາງທິດຕາເວັນຕົກສ່ຽງເໜືອ ໝູ່ເກາະເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ