ຝຣັ່ງ: ກະແສຟອງເດີນຂະບວນປະທ້ວງ “ເສື້ອເຫຼືອງ” ສືບຕໍ່ດຳເນີນໄປ

(VOVWORLD) - ຕາມກະຊວງພາຍໃນ ຝຣັ່ງແລ້ວ, ມີປະມານ 23.000 ຄົນໄດ້ລົງຖະໜົນເພື່ອເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງໃນທົ່ວປະເທດ, ໃນນັ້ນ ມີກ່ວາ 2.600 ຄົນຢູ່ ປາຣີ ແລະ 2.000 ຄົນຢູ່ Strasbourg. 
ຝຣັ່ງ: ກະແສຟອງເດີນຂະບວນປະທ້ວງ “ເສື້ອເຫຼືອງ” ສືບຕໍ່ດຳເນີນໄປ - ảnh 1 ກະແສຟອງເດີນຂະບວນປະທ້ວງ “ເສື້ອເຫຼືອງ” ສືບຕໍ່ດຳເນີນໄປ (ພາບ: AFP/TTXVN)

ວັນທີ 27 ເມສາ, ບັນດາການແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ສືບຕໍ່ດຳເນີນໄປຢູ່ບັນດານະຄອນໃຫຍ່ຂອງ ຝຣັ່ງ ໃນອາທິດທີ 24 ຢ່າງລຽນຕິດ ແນໃສ່ຄັດຄ້ານບັນດານະໂຍບາຍເສດຖະກິດ ຊຶ່ງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຍົກອອກມາ, ໃນສະພາບການທີ່ ທ່ານ Emmanuel Macron ຫາກໍ່ປະກາດບັນດາມາດຕະການ ແນໃສ່ຮັບມືກັບຂະບວນການຕ້ານລັດຖະບານ.

        ຕາມກະຊວງພາຍໃນ ຝຣັ່ງແລ້ວ, ມີປະມານ 23.000 ຄົນໄດ້ລົງຖະໜົນເພື່ອເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງໃນທົ່ວປະເທດ, ໃນນັ້ນ ມີກ່ວາ 2.600 ຄົນຢູ່ ປາຣີ ແລະ 2.000 ຄົນຢູ່ Strasbourg. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນໜຶ່ງໃນບັນດາອາທິດທີ່ດຳເນີນການແຫ່ຂະບວນປະທ້ວງທີ່ມີຈຳນວນຄົນເຂົ້າຮ່ວມໜ້ອຍສຸດນັບແຕ່ເມື່ອເກີດການແຫ່ຂະບວນປະທ້ວງໃນເດືອນ ພະຈິກ 2018 ຊຶ່ງດຶງດູດ 282.000 ຄົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ