ຝຣັ່ງກະຕຸກຊຸກຍູ້ອັງກິດດຳເນີນການເຈລະຈາອອກຈາກອີຢູ

ຝຣັ່ງກະຕຸກຊຸກຍູ້ອັງກິດດຳເນີນການເຈລະຈາອອກຈາກອີຢູ - ảnh 1
ທ່ານ​ປະທາ​ນາ​ທິບໍດີ ຝຣັ່ງ Francois Hollande 
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ ວັນ​ທີ 30/8, ທ່ານ​ປະທາ​ນາ​ທິບໍດີ ຝຣັ່ງ Francois Hollande ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ກ່ຽວ​ກັບ​​ເລື່ອງ ອັງກິດ ຖອນອອກ​ຈາກ​ສະຫະພາບ​ເອີ​ລົບ (ອີ​ຢູ), ​ເອີ້ນ​ວ່າ Brexit, ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ​ໃນ​ປີ 2019 ຈະ​ມາ​ເຖິງ, ພ້ອມທັງ​ຖື​ວ່າ​ຄຳ​ຕັດສິນ​ຂອງ ລອນດອນ ທີ່​ຖອນອອກ​ຈາກ ອີ​ຢູ ​ແມ່ນ​ບໍ່​ອາດ​ປ່ຽນ​ແປງ​ໄດ້. ກ່າວ​ຄຳ​​ເຫັນ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ປະຈຳ ​ປາຣີ, ທ່ານ​ປະທານາທິບໍດີ Francois Hollande ​ເວົ້າ​ວ່າ: ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ Theresa May ຕ້ອງ​ຍົກ​ອອກ​ບັນດາ​ຄຳ​ຕັດສິນ​ຫຍຸ້ງຍາກ ​ແລະ ທ່ານ​ນາງ​ຕ້ອງ​ມີ​ເວລາ​ແຕ່​ກໍ່​ບໍ່​ອາດ​ໂຈະ​ການ​ເລີ່​ມດຳ​ເນີນ​ລະບຽບ​​ການ​ອອກ​ຈາກ​ອີ​ຢູ ຢ່າງ​ເປັນ​ທາງ​ການ. ຖະ​ແຫຼງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະພາວະ​ທີ່​ໂຄສົກ​ຂອງ​ທ່ານ​ນາງນາຍົກລັດຖະມົນຕີ ອັງກິດ ​ໃຫ້​ຮູ້​ວ່າ: ລັດຖະບານ​ປະ​ເທດ​ນີ້​ບໍ່​ມີໜ້າ​ທີ່​ຕ້ອງ​ທາ​ບທາມສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ປະຕິບັດ​ມາດຕາ​ 50 ຂອງ​ສົນທິສັນຍາ Lisbon ​ເພື່ອ​ອອກ​ຈາກ ອີ​ຢູ, ​ແຕ່​ບັນດາ​ນັກ​ສ້າງ​ກົດໝາຍ ອັງກິດ​ຈະ​ມີ “ສຽງ​ເວົ້າ” ກ່ຽວ​ກັບ​ບັນຫາ​ນີ້. ກ່ອນ​ໜ້າ​ນັ້ນ, ສະມາຊິກ​ສະພາ​ແຫ່​ງຊາດຝ່າຍ​ຄ້ານບາງ​ທ່ານ​ໄດ້​ຮຽກຮ້ອງ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ຢູ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນ​ຫາ​ນີ້. ​ໂຄສົກ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ ກໍ່​ຊີ້​ແຈ້ງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ “ຕ້ອງ​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ ຕ້ອງ​ໄດ້​ປະຕິບັດ”.


ຂ່າວ/ບົດ​ອື່ນ