ຝຣັ່ງຍົກເລີກຫຼາຍງານບຸນໃນລະດູແລ້ງເພື່ອຮັບປະກັນຄວາມສະຫງົບ

ຝຣັ່ງຍົກເລີກຫຼາຍງານບຸນໃນລະດູແລ້ງເພື່ອຮັບປະກັນຄວາມສະຫງົບ - ảnh 1
ຕຳຫຼວດໄດ້ຮັບການຜັນຂະຫຍາຍຢູ່ຫຼາຍແຫ່ງ
(ພາບ: AFP/TTXVN)

(vovworld) – ​ເລື່ອງ​ຮັບປະກັນ​ຄວາມ​ສະຫງົບ​ໃຫ້​ບັນດາ​​ເຫດການ​ກິ​ລາ ​ແລະ ວັດທະນະທຳ​ຄື​ງານ​ບຸນ​ຍິງ​ບັ້ງ​ໄຟ​ດອກ, ງານ​ດົນຕີ​ປະສານ​ສຽງ… ຢູ່​ເຂດ​ສາທາລະນະ​​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ລະດູ​ແລ້ງປີ​ນີ້​ພວມ​ແມ່ນ​ບັນຫາ​ທີ່ວາງ​ອອກ​ໃຫ້​ອຳນາດ​ການ​ປົກຄອງຫຼາຍ​ນະຄອນ ​ແລະ ທ້ອງ​ຖິ່ນ​ຂອງ ຝຣັ່ງ ພາຍຫຼັງ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ​ຢູ່​ປະ​ເທດ​ນີ້​ໃນ​ໄລຍະ​ຜ່ານ​ມາ. ປະຈຸ​ບັນ, ມີຫຼາຍ​ນະຄອນ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້​ຂອງ ຝຣັ່ງ ​ໄດ້​ຕົກລົງ​ຍຸ​ບ​ເລີກ​ບັນດາ​ການ​ເຄື່ອນ​ໄຫວ​ນີ້​ໃນ​ຂະນະນັ້ນ​ບາງ​ທ້ອງ​ຖິ່ນ​ອື່ນໆ​​ໄດ້ເລືອກ​​​ເຟັ້ນ​ເລື່ອງຮັດ​ແໜ້ນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຕົນ.

        ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຝຣັ່ງ Jean – Yves Le Drian ຖະ​ແຫຼງວ່າ​​ຍ້ອນ “ຝຣັ່ງພວມ​ຢູ່​ໃນຖານະ​​ການ​ສົງຄາມ”, ດັ່ງ​ນັ້ນ, ​​ໃນ​ຈຸດ​ເວລາ​ໃດ​ໜຶ່ງ, “ຖ້າ​ຫາກບັນດາ​ເງື່ອນ​ໄຂ​ປ້ອງ​ກັນ​ຄວາມ​ສະຫງົບ​ບໍ່​ຮັບປະກັນ​ຄວນ​ຍຸບ​ເລີກ​ການຈັດ​ຕັ້ງ​​ເຫ​ດການຕ່າງໆ”. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ Bernard Cazeneuve ​ໃຫ້​ຮູ້​ວ່າ: ກະ​ຊວງ​ພາຍ​ໃນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພໃນ​ທົ່ວ​ຂອບ​ເຂດ, ພ້ອມ​ທັງ​ຈັດ​ຕັ້ງ​ກຳ​ລັງກຽມ​ສູ້​ຮົບ​ຂຶ້ນ​ເຖິງ 30.000 ຄົນ ​ແລະ ຮັກສາ​ຈຳນວນ​ທະຫານ 10.000 ​ຄົນໃນ​ລາຍການ​ຕ້ານ​ກໍ່​ການ​ຮ້າຍ​ໃນ​ຕະຫຼອດ​ລະດູ​ແລ້ງ.

ຂ່າວ/ບົດ​ອື່ນ