ຝຣັ່ງສ້າງຕັ້ງລັດຖະບານໃໝ່ດ້ວຍການປ່ຽນແປງບໍ່ຫຼາຍ

ຝຣັ່ງສ້າງຕັ້ງລັດຖະບານໃໝ່ດ້ວຍການປ່ຽນແປງບໍ່ຫຼາຍ - ảnh 1ທ່ານ Bernard Cazeneuve
(ພາບ: AFP/TTXVN)


(vovworld) – ພາຍຫຼັງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ ​ຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francoi Hollande, ແທນ​ໃຫ້ທ່ານ Manuel Valls ທີ່​ຫາກໍ່​ລາ​ອອກ​ຈາກ​ຕຳ​ແໜ່ງ ເພື່ອ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​​ຣັ່ງ ປີ 2017, ທ່ານ Bernard Cazeneuve ໄດ້​ປະ​ກາດ​ພາກ​ສ່ວນ​ລັດ​ຖະ​ບານ​ໃໝ່​ເຊິ່ງ​ມີ​ການ​ປ່ຽນ​ແປງ​ໜ້ອຍ​ທີ່​ສຸ​ດ​ຢ່າງ​ໄວ​ວາ. ເລື່ອງ​ລັດ​ຖະ​ບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ດ້ວຍ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ຂອງ​ບັນ​ດາ​ກະ​ຊວງ​ເກືອບ​​ໄວ້ຄື​ວ່າ​ໄດ້​ຮັບ​ການ​ຮັກ​ສາ​ຄື​ເກົ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francoi Hollande ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Bernard Cazeneuve ຢາກ​ສືບ​ຕໍ່​ຮັກ​ສາ​ນະ​ໂຍ​ບາຍ​​ດ້ານເສດ​ຖະ​ກິດ - ສັງ​ຄົ​ມ​ປະ​ຈຸ​ບັນ​​ຈົນຮອດ​ເວ​ລາ​​ສິ້ນ​ສຸດ​ອາ​ຍຸ​ການໃນ​ເດືອນ 6/2017. ໃນ 3 ຕຳ​ແໜ່ງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ພົ້ນ​ເດັ່ນ​ແມ່ນ​ທ່ານ Bruno Le Roux, ຫົວ​ໜ້າ​ຝ່າຍ​ສ່ວນຫຼາຍ​ໃນ​ສະ​ພາ​ຕ​່ຳ ຝ​ຣັ່ງ, ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ. ນອ​ກ​ຈາກນັ້ນ, ທ່ານ Andre Vallini, ຜູ້​ພວມ​ດຳ​ລົງ​ຕຳ​ແໜ່ງ​ເປັນລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງານ​ວາງ​ແຜນ​ຜືນ​ແຜ່ນ​ດິນ ແລະ ພັດ​ທະ​ນາ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ຮ​ັບ​ຜິດ​ຊອບ​ການ​ພົວ​ພັນ​ກັບ​ສະ​ພາ​ແຫ່ງ​ຊາດ, ທ່ານ Jean Marie Le Guen ກາຍ​ເປັນ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ການ​ພັດ​ທະ​ນາ ແລະ ພາ​ສາ​ຝ​ຣັ່ງ.


ຂ່າວ/ບົດ​ອື່ນ