ຝລັ່ງ ປະກາດຍຸດທະສາດປະຕິຮູບ ເອີລົບ ເມື່ອດຳລົງຕຳແໜ່ງປະທານໜູນວຽນ ອີຢູ

(VOVWORLD) -ໜ້າທີ່ຄວາມຮັບຜິດຊອບທຳອິດຂອງ ຝລັ່ງ ແມ່ນ “ກໍ່ສ້າງ ເອີລົບ ໃຫ້ຮູ້ຈັກປົກປ້ອງເສັ້ນຊາຍແດນ” ເພື່ອຫຼີກລ້ຽງວິກິດການ ແລະ ໄພພິບັດກ່ຽວກັບການເຂົ້າເມືອງອາດຈະເກີດຂຶ້ນຄືນໃໝ່.
ຝລັ່ງ ປະກາດຍຸດທະສາດປະຕິຮູບ ເອີລົບ ເມື່ອດຳລົງຕຳແໜ່ງປະທານໜູນວຽນ ອີຢູ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmaniel Macron
(ພາບ: Le Monde)

ຕ້ານການເຂົ້າເມືອງ, ເພີ່ມສິດເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ຊຸກຍູ້ການຟື້ນຟູເສດຖະກິດ, ເພີ່ມທະວີການພົວພັນກັບ ອາຟະລິກາ ແລະ ແກ້ໄຂຄວາມບໍ່ລົງລອຍກັນກັບປະເທດ ອັງກິດ ຈະແມ່ນບຸລິມະສິດຂອງ ຝລັ່ງ ໃນໄລຍະ 6 ເດືອນຕົ້ນປີ 2022 ເມື່ອປະເທດນີ້ດຳລົງຕຳແໜ່ງປະທານໝູນວຽນຂອງສະຫະພາບເອີລົບ (ອີຢູ). ນີ້ແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ຝລັ່ງ Emmaniel Macron ທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວຈັດຂຶ້ນໃນວັນທີ 09 ທັນວາ.

        ກ່າວຄຳເຫັນຢູ່ວັງ Elysees, ທ່ານປະທານາທິບໍດີ ຝລັ່ງ Emmaniel Macron ໃຫ້ຮູ້ວ່າ, ໜ້າທີ່ຄວາມຮັບຜິດຊອບທຳອິດຂອງ ຝລັ່ງ ແມ່ນ “ກໍ່ສ້າງ ເອີລົບ ໃຫ້ຮູ້ຈັກປົກປ້ອງເສັ້ນຊາຍແດນ” ເພື່ອຫຼີກລ້ຽງວິກິດການ ແລະ ໄພພິບັດກ່ຽວກັບການເຂົ້າເມືອງອາດຈະເກີດຂຶ້ນຄືນໃໝ່. ຝລັ່ງ ຈະມານະພະຍາຍາມສ້າງກົນໄກໜູນຊ່ວຍໂດຍດ່ວນນັບທັງຊັບພະຍາກອນ ແລະ ເຄື່ອງອຸປະກອນໃຫ້ແກ່ “ກຳລັງປົກປັກຮັກສາຊາຍແດນ” (Fontex) ພ້ອມກັນນັ້ນຊຸກຍູ້ການປະຕິຮູບ “ສົນທິສັນຍາ Schengen” ກ່ຽວກັບຄວາມເສລີໃນການໄປມາ ແລະ ເຈລະຈາກ່ຽວກັບ “ບ້ວງອົບພະຍົບລວມ” ເພື່ອສ້າງຄວາມກົມກຽວບັນດາຂໍ້ກຳນົດກ່ຽວກັບການເຂົ້າເມືອງ ແລະ ລີ້ໄພ ລະຫວ່າງ ອີຢູ ກັບປະເທດເລີ່ມເດີນທາງ ແລະ ປະເທດສົ່ງຕໍ່.

ຕອບກັບ

ຂ່າວ/ບົດ​ອື່ນ