ຝລັ່ງ, ອັງກິດ ແລະ ເຢຍລະມັນ ຢັ້ງຢືນຈະຮັກສາຂໍ້ຕົກລົງນິວເຄຼຍກັບອີຣານ

(VOVWORLD) -ຝລັ່ງ, ອັງກິດ ແລະ ເຢຍລະມັນ ປະກາດວ່າ ຈະຮັກສາຂໍ້ຕົກລົງນິວເຄຼຍກັບອີຣານ, ຖືນີ້ແມ່ນວິທີທີ່ດີທີ່ສຸດ ເພື່ອຫຼີກລ້ຽງຄວາມສ່ຽງການແຜ່ຂະຫຍາຍນິວເຄຼຍ, ບໍ່ຫົວຊາຕໍ່ການຕັດສິນຂອງອາເມລິກາ ທີ່ອາດຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 12 ພຶດສະພາ.

ຝລັ່ງ, ອັງກິດ ແລະ ເຢຍລະມັນ ຢັ້ງຢືນຈະຮັກສາຂໍ້ຕົກລົງນິວເຄຼຍກັບອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Yves Le Drian ແລະ ຄຸ່ຮ່ວມຕຳແໜ່ງເຢຍລະມັນ Heiko Maas

(ພາບ: DW)

ກ່າວຄຳເຫັນຕໍ່ໜ້າສື່ມວນຊົນ ເມື່ອວັນທີ 07 ພຶດສະພາ ທີ່ ແບກແລງ, ປະເທດເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Yves Le Drian ຢັ້ງຢືນວ່າ: “ພວກຂ້າພະເຈົ້າຕັດສິນໃຈຈະກອບກູ້ເອົາຂໍ້ຕົກລົງເຫຼົ່ານັ້ນ  ເພາະເອກະສານສະບັບນີ້ຈະຊ່ວຍໃຫ້ໂລກຫຼີກລ້ຽງໄດ້ຄວາມສ່ຽງການແຜ່ຂະຫຍາຍນິວເຄຼຍໄດ້ ແລະ ພ້ອມທັງແມ່ນວິທີການທີ່ຖືກຕ້ອງ ເພື່ອສະກັດກັ້ນອີຣານມີກຳມະສິດອາວຸດນິວເຄຼຍ”. ເມື່ອເຕື້ອງເຖິງຂໍ້ຕົກລົງທີ່ມີຊື່ເອີ້ນເປັນທາງການວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ນີ້, ເຢຍລະມັນຖືວ່າ ບໍ່ມີເຫດຜົນໃດ ເພື່ອຢຸດຕິຂໍ້ຕົກລົງນິວເຄຼຍ ທີ່ອີຣານໄດ້ລົງນາມກັບກຸ່່ມ P5+1 (ລວມມີ 05 ປະເທດ ເຊິ່ງແມ່ນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອສືບຕໍ່ຮັກສາ JCPOA ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ