ຝລັ່ງ ອຸປະຖຳໃຫ້ແກ່ໂຄງການ ສົ່ງໄຟຟ້າແຮງສູງຂອງຫວຽດນາມ ດ້ວຍມູນຄ່າ 75 ລ້ານ ເອີໂລ

ຝລັ່ງ ອຸປະຖຳໃຫ້ແກ່ໂຄງການ ສົ່ງໄຟຟ້າແຮງສູງຂອງຫວຽດນາມ ດ້ວຍມູນຄ່າ 75 ລ້ານ ເອີໂລ - ảnh 1
ພິທີລົງ​ນາມ​ໃນ​ສັນຍາ​ທີ່​ມີ​ມູນ​ຄ່າ 75 ລ້ານ​ເອີ​ໂລ
(ພາບ: baocongthuong.com.vn)


(vovworld) -     ວັນ​ທີ 07/02, ທ່ານ​ນາງ Benguigui, ລັດຖະມົນຕີ ​ຮັບ​ມອບ​ສິດ​ເປັນຜູ້​ຮັບຜິດຊອບ​ດ້ານ​ພາສາ​ຝລັ່ງ​ ຄຽງ​ຂ້າງລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ ​ແລະ ທ່ານ ​ເຢືອງຈິ໋ຈູງ, ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ເງິນ, ​ໄດ້​ລົງ​ນາມ​ໃນ​ສັນຍາ​ທີ່​ມີ​ມູນ​ຄ່າ 75 ລ້ານ​ເອີ​ໂລ ​ໃຫ້​ແກ່​ໂຄງການ​ສົ່ງ​ໄຟຟ້າ​ແຮງ​ສູງ Pleiku - ​ເກົາ​ບົງ. ​ເຫດການ​ນີ້​ເປັນ​ຂີດ​ໝາຍ​ແຫ່ງ​ໄລຍະ​ໃໝ່ ​ແລະ ສຳຄັນ​ໃນ​ຄຳ​ໝັ້ນ​ສັນຍາ​ຂອງຝລັ່ງ ທີ່​ສະຫງວນ​​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ, ຜ່ານ​ການ​ເພີ່ມ​ທະວີ​ຕາໜ່າງ​ໄຟຟ້າຂອງ​ປະ​ເທດ​ຊາດ, ພິ​ເສດ​​ແມ່ນ​ໃນ​ປີ​ສະ​ເຫຼີມສະຫຼອງການ​ຮ່ວມ​ມື​ຝລັ່ງ - ຫວຽດນາມ. ​ໂຄງການ​ສາຍສົ່ງ​ໄຟຟ້າ​ແຮງ​ສູງ 500 kV ຈະ​ເຊື່ອມ​ຕໍ່ Pleiku ​ແລະ ​ເກົາ​ບົງ, ມີ​ຄວາມ​ຍາວ 437 ກມ, ​ໄປ​ຜ່ານ 5 ​ແຂວງ. ​ໂຄງການ​ມີ​ຄວາມ​ໝາຍ​ສຳຄັນຍຸດ​ທະ​ສາດ​ ຈະ​ສົ່ງ​ໄຟຟ້າ​ຈາກ​ທາງ​ພາກ​ກາງ ​ໄປ​ສູ່ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. ​ໂຄງການ​ໂດຍ AFD ​ແລະ ທະນາຄານ​ພັດທະນາ​ອາຊີ (ADB) ​ພ້ອມ​ກັນ​ອຸປະຖຳ.

ຂ່າວ/ບົດ​ອື່ນ