ຝລັ່ງຈັດຕັ້ງພິທີໄຫວ້ອາໄລລະດັບຊາດຜູ້ປະສົບເຄາະຮ້ານໃນເຫດກໍ່ການຮ້າຍຢູ່ Niceເປັນເວລາ3ວັນ

ຝລັ່ງຈັດຕັ້ງພິທີໄຫວ້ອາໄລລະດັບຊາດຜູ້ປະສົບເຄາະຮ້ານໃນເຫດກໍ່ການຮ້າຍຢູ່ Niceເປັນເວລາ3ວັນ - ảnh 1
ປະ​ເທດ​ຝ​ລັ່ງ ເລີ່ມ​ຈັດ​ຕັ້ງ​ພິ​ທີ​ໄ​ຫວ້​ອ​າ​ໄລລະ​ດັບ​ຊາດ ​
ມາ​ເປັນ​ເວ​ລາ 3 ວັນ
(ພາບ: Reuters)

(vovworld) - ວັນ​ທີ 16/07, ປະ​ເທດ​ຝ​ລັ່ງ ເລີ່ມ​ຈັດ​ຕັ້ງ​ພິ​ທີ​ໄ​ຫວ້​ອ​າ​ໄລລະ​ດັບ​ຊາດ ​ມາ​ເປັນ​ເວ​ລາ 3 ວັນ ເພື່ອ​ອາ​ໄລ​ຫາ 84 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ການກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ຢູ່​ນະ​ຄອນ​ທາງ​ພາກ​ໃຕ້ Nice ໃນ​ວັນ​ທີ 14/07, ກົງ​ກັບ​ວັນ​ຊາດ​ຝ​ລັ່ງ. ສຳ​ນັກ​ງານ, ຫ້ອງ​ການ​ຢູ່​ຝ​ລັ່ງ ທັງ​ໝົດ​ໄດ້​ຊັກ​ທຸງ​ລົງ​ເຄິ່ງ​ເສົາ; ບັນ​ດາ​ການ​ລະ​ຫຼີ້ນ​ກໍ​​ຖືກຢຸດ​ຕິ. ສະ​ຖານ​ທ​ີ່​ທ່ອງ​ທ່ຽວ​​ທີ່​ມີ​ຊື່​ສ​ຽງຫຼາຍ​ແຫ່ງ​ຂອງ​ຝ​ລັ່ງ ກໍ​ອັດ​ປະ​ຕູ​ຊົ່ວ​ຄາວ, ໃນ​ຄະ​ນະ​ທີ່​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຢູ່​ເຂດ​ເຕົ້າ​ໂຮມຫຼາຍ​ຄົນ. ຢູ່​ລຽບ​ຕາມ​ຖະ​ໜົນ​ຫຼວງ​ແຄມ​ຝັ່ງ​ທະ​ເລ Promanede des Anglais, ຢ​ູ່​ນະ​ຄອນ​ພາກ​ໃຕ້ Nice, ທຸກ​ຄົນ​ໄດ້​ວາງດອກ​ໄມ້, ເຄື່ອງ​ຫຼີ້ນ, ພາບ, ຈູດ​ທຽນ, ສະ​ຫງວນ​ເວ​ລາ​ເພື່ອອ​າໄລ​ຫາ​ບັນ​ດາ​ຜູ້​ຖືກ​ເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ