ຝລັ່ງຈັດຫຼາຍເຫດການເພື່ອສະເຫຼີມສະຫຼອງວັນສິ້ນສຸດສົງຄາມໂລກຄັ້ງທີ 1

(VOVWORLD) -ວັນທີ 10 ພະຈິກ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ເຂົ້າຮ່ວມພິທີສະລັກສະນະສັນຍາລັກສູງຢູ່ເຂດປ່າ Rethondes, ນະຄອນ Compiegne, ປະເທດຝລັ່ງ.

ຝລັ່ງຈັດຫຼາຍເຫດການເພື່ອສະເຫຼີມສະຫຼອງວັນສິ້ນສຸດສົງຄາມໂລກຄັ້ງທີ 1 - ảnh 1ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ເຂົ້າຮ່ວມພິທີສະລັກສະນະສັນຍາລັກສູງຢູ່ເຂດປ່າ Rethondes

(ພາບ: EPA)

ຢູ່ທີ່ນີ້, ການນຳ 2 ທ່ານໄດ້ເປີດສະຫຼອງແຜ່ນສີລາສະເຫຼີມສະຫຼອງຢູ່ສະຖານທີ່ເຊິ່ງບັນດາຝ່າຍໄດ້ລົງນາມໃນສັນຍາຢຸດຮົບ, ສິ້ນສຸດສົງຄາມໂລກທີ່ດູເດືອດ ເຮັດໃຫ້ 18 ລ້ານຄົນເສຍຊີວິດ... ນີ້ແມ່ນຄັ້ງທຳອິດນັບແຕ່ສິ້ນສຸດສົງຄາມໂລກຄັ້ງທີ 1 ທີ່ປະທານາທິບໍດີຝລັ່ງ ແລະ ນາຍົກລັດຖະມົນຕີເຢຍລະມັນ ພົບປະກັນຢູ່ສະຖານທີ່ອາໄລຫານີ້ .

        ພິທີສະເຫຼີມສະຫຼອງດຳເນີນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ພະຈິກ ຢູ່ ປະຕູໄຊຢູ່ຖະໜົນຫຼວງ Champs Elysee (ເຂດໃຈກາງນະຄອນຫຼວງປາຣີ), ດ້ວຍການເຂົ້າຮ່ວມຂອງປະນຸກລັດ ແລະ ການນຳຂອງ 72 ປະເທດ. ກ່ອນໜ້ານັ້ນ, ໃນອາທິດຜ່ານມາ, ກໍ່ມີການເຄື່ອນໄຫວຫຼາຍຢ່າງຖືກດຳເນີນໃນທົ່ວປະເທດຝລັ່ງ.

        ແລະກໍ່ໃນວັນດຽວກັນ, ປາຣີ ໄດ້ຈັດພິທີເປີດສະຫຼອງອະນຸສາວະລີບັນດານັກຮົບປາຣີ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນສົງຄາມເມື່ອປີ 1914 – 1918.

ຕອບກັບ

ຂ່າວ/ບົດ​ອື່ນ