ຝລັ່ງຖືວ່າECBບໍ່ຄວນຕັດເງິນອຸປະຖຳໃຫ້ບັນດາທະນາຄານຂອງເກຼັກ

ຝລັ່ງຖືວ່າECBບໍ່ຄວນຕັດເງິນອຸປະຖຳໃຫ້ບັນດາທະນາຄານຂອງເກຼັກ - ảnh 1
ທ່ານ​ນາຍົກລັດຖະມົນຕີຝລັ່ງ Manuel Valls
(ພາບ: TTXVN)


​(vovworld) - ວັນ​ທີ 28/06, ​ໃນ​ການ​ຕອບ​ສຳພາດ​ຂອງ​ວິທະຍຸ Europe 1, ທ່ານ​ນາຍົກລັດຖະມົນຕີຝລັ່ງ Manuel Valls ຊີ້​ແຈ້ງວ່າ, ທະນາຄານ​ສູງ​ກາງ​ເອີ​ລົບ (ECB) ບໍ່​ຄວນ​ຕັດ​ເງິນ​ອຸປະຖຳ​ໃຫ້​ບັນດາທະນາຄານ​ຂອງ​ເກຼັກ, ນັບ​ທັງ​ໃນ​ກໍລະນີ​ປະ​ເທດ​ນີ້​ບໍ່​ສາມາດ​ຊຳລະ​​ບ້ວງ​ໜີ້​ສິນ​ຕ່າງໆ​ໃນ​ວັນ​ທີ 30/06 ​ໄດ້. ທ່ານ​ນາຍົກລັດຖະມົນຕີ Manuel Valls ຍັງ​ຖື​ວ່າ, ​ເຖິງ​ວ່າ ECB ​​ແມ່ນ​ອົງການ​ເອກະລາດ​ກໍຕາມ, ​ແຕ່​ທະນາຄານ​ນີ້​ກໍຕ້ອງ​ມີຄວາມ​ຮັບຜິດຊອບ. ທ່ານ​ນາຍົກລັດຖະມົນຕີຝລັ່ງ ກໍ່​ອອກສຽງ​ກ່າວ​ເຕື່ອນບັນດາ​ຜູ້​ມີ​ສິດ​ເລືອ​ກຕັ້ງ​​ເກຼັກ ວ່າ, ບັດ​ຄ້ານ​ໃນ​ການລົງມະ​ຊາ​ມະຕິ​ໃນ​ວັນ​ທີ 05/07 ອາດ​ຈະ​ມີ​ຄວາມ​ໝາຍ​ຕັດສິນ​ອອກ​ຈາກ​ເຂດ​ນຳ​ໃຊ້​ສະ​ກຸ​ນ​ເງິນ​ເອີ​​ໂລ​ລວມ (Eurozone).

      ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ECB ​ໄດ້ປະຕິ​ເສດ​ເພີ່ມ​ບ້ວງ​ສິນ​ເຊື່​ອຮີບ​ດ່ວນ​ໃຫ້​ບັນດາ​ທະນາຄານ​ສູນ​ກາງ​ເກຼັກ, ພາຍຫຼັງ​ລັດຖະບານ​ປະ​ເທດ​ນີ້​ໄດ້ຍູ້​ການ​ເຈລະຈາ​ກກັບບັນດາ​ເຈົ້າ​ໜີ້​ເຂົ້າ​ສູ່​ສະພາບ​ຈົນ​ຕະ​ແຈ ຍ້ອນ​ຮຽກຮ້ອງ​ຈັດ​ຕັ້ງ​ການລົງ​ປະຊາ​ມະຕິກ່ຽວ​ກັບ​​ເງື່ອນ​ໄຂ​ດ້ານ​ການ​ເງິນ​ໂດຍ​ບັນດາ​ປະ​ເທດ​ເຈົ້າ​ໜີ້​ຍົກ​ອອກມາ.

ຂ່າວ/ບົດ​ອື່ນ